ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມກອງປະຊຸມສຸດຍອດ ບັນດາປະເທດນຳໃຊ້ພາສາຝຣັ່ງ ຄັ້ງທີ 16 ຢູ່ Madagascar.
|
(vovworld)- ຕອນເຊົ້າ ວັນທີ 28/11, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ໄດ້ເດີນທາງມາເຖິງນະຄອນຫຼວງຮ່າໂນ້ຍ, ສີ້ນສຸດການຢ້ຽມຢາມກູບາຢ່າງຈົບງາມ; ເຂົ້າຮ່ວມສັບປະດາຂັ້ນສູງ ຄັ້ງທີ 24 ຂອງເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ-ປາຊີຟິກ (APEC) ຢູ່ເປຣູ; ຢ້ຽມຢາມທາງລັດຖະກິດຢູ່ອີຕາລີ, ຢ້ຽມຢາມສຳນັກວາຕິກັງ; ເຂົ້າຮ່ວມກອງປະຊຸມສຸດຍອດ ບັນດາປະເທດນຳໃຊ້ພາສາຝຣັ່ງ ຄັ້ງທີ 16 ຢູ່ Madagascar.
ກ່ອນໜ້ານັ້ນ, ຕອນບ່າຍ ບັນທີ 27/11, ຢູ່ນອກກອງປະຊຸມສຸດຍອດ ບັນດາປະເທດນຳໃຊ້ພາສາຝຣັ່ງ ຄັ້ງທີ 16 ຢູ່ນະຄອນຫຼວງ Antananarivo, Madagascar, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີບັນດາການພົບປະສອງຝ່າຍ ກັບ ທ່ານ Rudy Demotte ລັດຖະມົນຕີ, ຜູ້ວ່າການເຂດ Wallonie-Bruselles ແບນຊິກ ແລະ ທ່ານ Ibrahim Mahlah ຫົວໜ້າຄະນະຜູ້ແທນອີຢີບ.
ທີ່ການພົບປະ ກັບ ທ່ານ Rudy Demotte ລັດຖະມົນຕີ, ຜູ້ວ່າການເຂດ Wallonie-Bruselles ແບນຊິກ, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ: ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາໂຄງການ ໃນຂອບເຂດບັນດາປະເທດນຳໃຊ້ພາສາຝຣັ່ງ ໃນໄລຍະຈະມາເຖິງ. ທີ່ການພົບປະ ກັບ ທ່ານ Ibrahim Mahlah ຫົວໜ້າຄະນະຜູ້ແທນອີຢີບ, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ສະເໜີ ອີຢີບ ໜູນຊ່ວຍຫວຽດນາມ ສ້າງຕັ້ງສູນ Halal ຫວຽດນາມ ເພື່ອອອກໃບຢັ້ງຢືນ ມາດຕະຖານສິນຄ້າຫວຽດນາມທີ່ ສົ່ງອອກໄປຍັງບັນດາຕະຫຼາດປະເທດອິດສະລາມ.