ທ່ານປະທານປະເທດເຈີ່ນດ້າຍກວາງເປັນເຈົ້າພາບຈັດງານລ້ຽງລະດັບຊາດຮອງຮັບປະທານາທິບໍດີອາເມລິກາ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ, ທ່ານປະທານາທິບໍດີສະຫະລັດອາເມລິກາ Donald Trump ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 11 – 12 ພະຈິກ.

ທ່ານປະທານປະເທດເຈີ່ນດ້າຍກວາງເປັນເຈົ້າພາບຈັດງານລ້ຽງລະດັບຊາດຮອງຮັບປະທານາທິບໍດີອາເມລິກາ - ảnh 1 ທ່ານປະທານປະເທດເຈີ່ນດ້າຍກວາງເປັນເຈົ້າພາບຈັດງານລ້ຽງລະດັບຊາດ

ຮອງຮັບປະທານາທິບໍດີອາເມລິກາ

(ພາບ: TTXVN)

ຕອນຄ່ຳວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເປັນເຈົ້າພາບຈັດງານລ້ຽງລະດັບຊາດຮອງຮັບທ່ານປະທານາທິບໍດີອາເມລິກາ Donald Trump ແລະ ຄະນະຜູ້ແທນຂັ້ນສູງອາເມລິກາ.

        ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຊົມເຊີຍທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມາຢ້ຽມຢາມ ແລະ ມີຊຸມມື້ເຮັດວຽກທີ່ມີປະສິດທິຜົນ ແລະ ບັນລຸຜົນສຳເລັດໃນຂອບເຂດສັບປະດາຂັ້ນສູງ APEC ຢູ່ນະຄອນດ່ານັ້ງ, ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງກອງປະຊຸມ. ທ່ານປະທານປະເທດເຈີ່ນດ້າຍກວາງ ເນັ້ນໜັກວ່າ, ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Donald Trump ແມ່ນຂີດໝາຍສຳຄັນໃນປະຫວັດສາດແຫ່ງການພົວພັນອັນດີງາມທີ່ສຸດລະຫວ່າງ 2 ປະເທດ, ພ້ອມທັງເປິດອະນາຄົດອັນໃຫຍ່ຫຼວງເພື່ອໃຫ້ 2 ປະເທດສືບຕໍ່ສ້າງໜ້າປະຫວັດສາດໃໝ່. ທ່ານປະທານປະເທດເຈີ່ນດ້າຍກວາງ ເຊື່ອໝັ້ນຕໍ່ການພົວພັນຮ່ວມມືຮອບດ້ານ, ມີສະຖຽນລະພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຫວຽດນາມ ແລະ ອາເມລິກາ ເຊິ່ງຈະເປັນປັດໃຈຕັ້ງໜ້າ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ສ່ວນທ່ານປະທານາທິບໍດີ Donald Trump ໄດ້ສະແດງໃຫ້ເຫັນຄວາມພາກພູມໃຈທີ່ໄດ້ມາຢ້ຽມຢາມຫວຽດນາມ ໃນຈຸດເວລາທີ່ການພົວພັນຄູ່ຮ່ວມມືຮອບດ້ານອາເມລິກາ - ຫວຽດນາມ ພວມມີບັນດາບາດກ້າວຕັ້ງໜ້າໂດຍບໍ່ເຄີຍມີມາ. ທ່ານປະທານາທິບໍດີ Donald Trump ໄດ້ອວຍພອນລັດ ແລະ ປະຊາຊົນຫວຽດນາມ ບັນລຸໄດ້ບັນດາຜົນງານຕັ້ງໜ້າໃນພາລະກິດພັດທະນາເສດຖະກິດ, ສັງຄົມໃນໄລຍະຜ່ານມາ. ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ Donald Trump ໄດ້ສະແດງການແບ່ງເບົ່າຄວາມເສົ້າສະຫຼົດໃຈຕໍ່ຄວາມເສຍຫາຍໜັກໜ່ວງຫຼວງທາງດ້ານວັດຖຸ ແລະ ຊີວິດອີນຊີຂອງປະຊາຊົນໂດຍພາຍຸ Damrey ກໍ່ຂຶ້ນ ຢູ່ບັນດາແຂວງພາກກາງ, ເຂດໄຕງວຽນ ແລະ ເຂດທິດໃຕ້ພາກກາງ; ທ່ານເຊື່ອໝັ້ນວ່າ ປະຊາຊົນບັນດາເຂດຖືກໄພທຳມະຊາດຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ຄວາມເສຍຫາຍຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ