(vovworld) - ວັນທີ 31/03, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໄປກວດກາຄັນຄູກັນນ້ຳທະເລ ກໍກົງ 20 ກ.ມ, ກວດກາວຽກງານຫັນເປັນຄັນຄູທີ່ໝັ້ນຄົງ ແລະ ແກ້ໄຂສຳຄັນຕອນສຳຄັນທີ່ຂຶ້ນກັບບໍລິເວນຕາແສງ ເຕີນແທ່ງ, ຕາແສງ ວ່າມລ໋າງ ແລະ ລະບົບຄອງ ເຈື້ກ້າວ ເຊິ່ງແມ່ນບັນດາກິດຈະກຳທີ່ສຳຄັນສຳລັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກັນນ້ຳທະເລຂຶ້ນສູງຢູ່ແຂວງ ຕ່ຽນຢາງ.
ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ ຕ່ຽນຢາງ, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ ຜົນຮ້າຍຈາກນ້ຳທະເລຂຶ້ນສູງນັບມື້ນັບໜັກໜ່ວງກວ່າ ແລະ ໄວກວ່າການຄາດຄະເນ, ພິເສດສຳລັບລະບົບປ່າປ້ອງກັນແຄມທະເລຕ່ຽນຢາງ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຮຽກຮ້ອງໃຫ້ແຂວງຕ່ຽນຢາງ ກວດກາຄືນແຜນສັງລວມ, ແຜນການ, ກຳນົດວິວັດແຫ່ງການລົງທຶນເຂົ້າບັນດາກິດຈະກຳຈຸດສຸມ.
“ຄືດັ່ງຄຳສະເໜີຂອງແຂວງ, ນອກຈາກງົບປະມານແຫ່ງລັດ, ພັນທະບັດລັດຖະບານແລ້ວ ແນ່ນອນວ່າຕ້ອງລະດົມແຫຼ່ງກຳລັງຫຼາຍກວ່າອີກ, ໂດຍສະເພາະແມ່ນແຫຼ່ງກຳລັງຈາກພາຍນອກໃຫ້ແກ່ບັນດາກິດຈະກຳຈຸດສຸມ. ພວກເຮົານຳໃຊ້ 2 ຮູບການ, ທີ 1 ແມ່ນແຫລ່ງເງິນລົງທຶນຂອງລັດ 100% ແລະ ທີ 2 ແມ່ນລັດ ແລະ ປະຊາຊົນພ້ອມກັນລົງທຶນ.”
ໃນການໄປປະຕິບັດງານຢູ່ແຂວງຕ່ຽນຢາງ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມປ້ອມປ້ອງກັນຊາຍແດນ 578 ກຽງເຟື໋ອກ, ຖະຫວາຍທູບທຽນຢູ່ວິຫານວິລະຊົນແຫ່ງຊາດ ເຈືອງດິ້ງ ແລະ ຫໍບູຊາວິລະຊົນແຫ່ງຊາດ ຖູຄວາຮວນ.