ທ່ານປະທານປະເທດເຈືອງເຕີ້ນຊາງ ລົງຢ້ຽມຢາມມະຫາວິທະຍາໄລກົດໝາຍຮ່າໂນ້ຍ

ທ່ານປະທານປະເທດເຈືອງເຕີ້ນຊາງ ລົງຢ້ຽມຢາມມະຫາວິທະຍາໄລກົດໝາຍຮ່າໂນ້ຍ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ
ເຮັດ​ວຽກ​ກັບ​ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ
(ພາບ: TTXVN)

(vovworld)- ຕອນ​ບ່າຍ​ວັນ​ທີ 25/12, ທີ່​ການ​ເຮັດ​ວຽກ​ກັບ​ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ຂັ້ນ​ສູນ​ກາງ​ເນັ້ນ​ໜັກວ່າ ດ້ວຍ​ປະຫວັດສາດ​ແຫ່ງ​ມູນ​ເຊື້ອ​ກໍ່ສ້າງ​ພະນັກງານ​ປົກ​ປ້ອງ​ກົດໝາຍ, ມະຫາວິທະຍາ​ໄລ​ກົດໝາຍ​ຄວນ​ສືບ​ຕໍ່ຍົກ​ສູງ​ຄຸນ​ນະພາ​ບການ​ກໍ່ສ້າງ​ພະນັກງານ, ​ເປີດ​ກ້ວາງ​ຂອບ​ຂະໜາດ, ດຶງ​ດູດ​ຜູ້​ຊ່ຽວຊານ​ດ້ານ​ນິຕິ​ທຳ​ເພື່ອ​ສ້າງ ມະຫາວິທະຍາ​ໄລ​ກົດໝາຍ​ກາຍ​ເປັນ​ໂຮງຮຽນ​ຈຸດ​ສຸມ​ໃນ​ການ​ກໍ່ສ້າງ​ພະນັກງານ​ດ້ານ​ກົດໝາຍ ​ເພື່ອ​ຕອບ​ສະໜອງ​ວິວັດທະນາ​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ໃນ​ໄລຍະ​ໃໝ່. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ຖື​ວ່າ ​ໃນ​ກິດຈະການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ປະຈຸ​ບັນ, ພິ​ເສດ​ແມ່ນ​ຕອບ​ສະໜອງ​ຍຸດ​ທະ​ສາດ ປະຕິ​ຮູບ​ດ້ານ​ຕຸລາການ​ເຖິງ​ປີ 2020, ພ້ອມ​ກັບ​ຈຸດໝາຍ​ຕ້ອງ​ກໍ່ສ້າງ ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍກາຍ​ເປັນ​ໂຮງຮຽນ​ຈຸດ​ສຸມ ໃນ​ການ​ກໍ່ສ້າງ​ພະນັກງານ​ດ້ານ​ກົດໝາຍນັ້ນ, ທາງ​ໂຮງຮຽນ​ຄວນ​ສູ້​ຊົນ​ພັດທະນາ​ໃຫ້​ສົມ​ກັບ​ລະດັບ​ພາກ​ພື້ນ; ຕອບ​ສະໜອງ​ວິວັດທະນາ​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ໃນ​ໄລຍະ​ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. 

ຂ່າວ/ບົດ​ອື່ນ