(vovworld) - ຕອນເຊົ້າວັນທີ 6/12, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດຫົວໜ່ວຍເລືອກຕັ້ງເລກ 1, ຄະນະສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມິນ, ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 4. ນະທີ່ນີ້, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຖືວ່າປີຜ່ານມາຫວຽດນາມໄດ້ຮັບປະກັນຊີວິດສັງຄົມ, ຮັບປະກັນປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັກສາສິ່ງແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາ, ບົກບາດທີ່ຕັ້ງຂອງປະເທດນັບມື້ນັບໄດ້ຮັບການຍົກສູງຂຶ້ນ… ສຳລັບການປະຕິຮູບດ້ານຕຸລາການ, ຈຳກັດການຕັດສິນລົງໂທດຢ່າງຜິດພາດ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໃຫ້ຮູ້ວ່າ ຫວ່າງແລ້ວນີ້ໄດ້ປັບປຸງ, ເພີ່ມເຕີມຫຼາຍຂໍ້ກຳນົດໃນການດຳເນີນຄະດີ ເພື່ອແນໃສ່ປະກອບສ່ວນເຮັດໃຫ້ການພິພາກສາເປີດເຜີຍແຈ້ງຊັດ.
ຕອນບ່າຍວັນທີ 5/12, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນຫາຍຝ່ອງ, ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ເລເຈິນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງໄດ້ຊີ້ແຈ້ງເຖິງທັດສະນະ, ຄາດໝາຍສັງລວມ ແລະ ບັນດາມາດຕະການຕົ້ນຕໍໃນການບໍລິຫານການພັດທະນາເສດຖະກິດ - ສັງຄົມຂອງນະຄອນຫາຍຝ່ອງ ໃນ 5 ປີຈະມາເຖິງ, ພ້ອມທັງເນັ້ນໜັກບາງບັນຫາເຊິ່ງຜູ້ມີສິດເລືອກຕັ້ງຕ້ອງເອົາໃຈໃສ່, ພິເສດແມ່ນບັນຫາຍົກສູງຄຸນນະພາບການກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບສູງ
“ລັດຖະບານສົ່ງເສີມບັນດາມະຫາວິທະຍາໄລເປັນເຈົ້າການຮ່ວມມືກັບບັນດາໂຮງຮຽນ, ບັນດາຂະແໜງວິຊາຂອງບັນດາໂຮງຮຽນສາກົນທີ່ມີລະດັບກ້າວໜ້າ ເພື່ອຍົກສູງຄູນນະພາບການກໍ່ສ້າງຊັບພະຍາກອນມະນຸດ. ລັດຖະບານກໍ່ສົ່ງເສີມບັນດາມະຫາວິທະຍາໄລພາຍໃນປະເທດຮ່ວມສຳພັນກັບບັນດາມະຫາວິທະຍາໄລທີ່ມີຊື່ສຽງຂອງຕ່າງປະເທດເພື່ອກໍ່ສ້າງ, ຍົກສູງຄຸນນະພາບການກໍ່ສ້າງ, ເພື່ອມີບັນດານັກສຶກສາຮຽນເກັ່ງ, ປະກອບສ່ວນຮັບໃຊ້ປະເທດຊາດ“.
ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ກໍ່ເຕື້ອງເຖິງບັນດາບຸລິມະສິດຂອງລັດຖະບານໃນການລົງທຶນພັດທະນາໂຄງລາງຄົມມະນາຄົມຂອງຫາຍຝ່ອງ ກໍ່ຄືຂອງທັງເຂດເສດຖະກິດຈຸດສຸມທາງພາກເໜືອ. ລັດຖະບານກໍ່ພວມຄິດໄລ່, ສົມດູນແຫຼ່ງກຳລັງຕາມມາດຖານຄວາມທຸກຍາກໃໝ່ ເພື່ອແກ່ຍາວໄລຍະເວລາ ໃຫ້ບັນດາຄອບຄົວທຸກຍາກໄດ້ກູ້ຢືມທຶນດ້ວຍອັດຕາດອກເບ້ຍຕຳ່… ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ຢືນຢັນອີກເທື່ອໜຶ່ງເຖິງແຜນນະໂຍບາຍ, ທັດສະນະສະເໝີຕົ້ນສະເໝີປາຍ ແລະ ບັນດາມາດຕະການເດັດດຽວປົກປັກຮັກສາອະທິປະໄຕແຫ່ງຊາດຢູ່ທະເລຕາເວັນອອກ ຕິດພັນກັບການຮັກສາສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ.