ທ່ານ Akihiko Tanaka
ພາບ:internet
|
(vovworld)- ຕອນບ່າຍວັນທີ 26/8 ຢູ່ ຮ່າໂນ້ຍ, ທ່ານປະທານປະເທດເຈືອງເຕີນຊາງໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການຮ່ວມມືສາກົນ ຍີ່ປຸ່ນ Jica ໂດຍທ່ານ Akihiko Tanaka ປະທານອົງການດັ່ງກ່າວເປັນຫົວຫນ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານປະເທດເຈືອງເຕີນຊາງ ຊົມເຊີຍການຢ້ຽມຢາມຫວຽດນາມຂອງທ່ານ Akihiko Tanaka ພ້ອມດ້ວຍຄະນະຜູ້ແທນອົງການ Jica ເປັນຕົ້ນປີນີ້ແມ່ນປີສະເຫລີມສະຫລອງ 40 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ. ທ່ານປະທານປະເທດຢືນຢັນວ່າ: Jica ແມ່ນອົງການສຳຄັນສຳລັບຫວຽດນາມ ດ້ວຍການສະຫງວນທຶນຊ່ວຍເຫລືອໃຫ້ແກ່ຫວຽດນາມ ໄດ້ເພີ່ມຂຶ້ນແຕ່ລະປີ.