ການພົບປະເຈລະຈາລະຫວ່າງທ່ານປະທານປະເທດ
ເຈືອງເຕີນຊາງ ແລະ ທ່ານປະທານປະເທດສີຈິ້ນຜິງ
(ພາບ:TTXVN)
(vovworld)- ວັນທີ 20/6, ທ່ານປະທານປະເທດເ ຈືອງເຕີນຊາງ ໄດ້ພົບປະແລກປ່ຽນຄຳເຫັນກັບທ່ານາຍົກລັດຖະມົນຕີ ຈີນ ຫລີເຄືອແຈງ. ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນບັນດາການກຳນົດທິດໃຫຍ່ກໍຄືບັນດາມາດຕະການລະອຽດເພື່ອເພີ່ມທະວີຄວາມໄວ້ເນື້ອເຊ່ືອໃຈດ້ານການເມືອງຜ່ານການຊຸກຍູ້ຮ່ວມມື, ພົບປະແລກປ່ຽນມິດຕະພາບລະຫວ່າງສອງຝ່າຍຢູ່ທຸກຂັ້ນ, ຂະແຫນງການ, ທ້ອງຖິ່ນ ແລະ ໝູ່ມະຫາຊົນ. ສອງຝ່າຍຕົກລົງຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳການຮ່ວມມືເສດຖະກິດການຄ້າລະຫວ່າງສອງປະເທດໄປສູ່ໄລຍະໃຫມ່, ມີປະສິດທິຜົນ ແລະ ໝັ້ນຄົງກວ່າ. ກ່ຽວກັບບັນຫາຢູ່ທະເລ, ສອງຝ່າຍເຫັນດີຮັກສາການພົບປະ, ໂອ້ລົມສົນທະນາ, ແກ້ໄຂບັນດາບັນຫາເກີດຂຶ້ນຢ່າງສົມເຫດສົມຜົນໂດຍສັນຕິວິທີ, ສອດຄອ່ງກັບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ກົດໝາຍສາກົນ ແລະ ຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາທະເລຫວຽດນາມ - ຈີນ.
ໃນໂອກາດນີ້, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ມີການພົບປະເຈລະຈາກັບປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນຈາງເຕືອແຈງ. ສອງຝ່າຍເຫັນດີເປັນເອກະສັນນຳກັນວ່າໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດ ສືບຕໍ່ຊຸກຍູ້ການຮັກສາການພົບປະຂັ້ນສູງ, ແລກປ່ຽນຄະນະຜູ້ແທນໄປຢ້ຽມຢາມ ແລະ ເຮັດວຽກລະຫວ່າງບັນດາກຳມະທິການຂອງສະພາແຫ່ງຊາດຫວຽດນາມ-ຈີນ; ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານນິຕິບັນຍັດ, ປະຕິບັດການຕິດຕາມກວດກາ ແລະ ຊຸກຍູ້ລັດຖະບານສອງປະເທດຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງໄດ້ລົງນາມລະຫວ່າງສອງປະເທດ.
ໃນຂອບເຂດການຢ້ຽມຢາມຈີນຂອງທ່ານປະທານປະເທດເຈືອງເຕີນຊາງ, ວັນທີ 20/6, ທ່ານຟ້າມບິນມິນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ. ສອງຝ່າຍໄດ້ລົງເລິກແລກປ່ຽນບັນດາມາດຕະການເພື່ອແນໃສ່ປະຕິບັດບັນດາຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງປະເທດໃນການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອງດ້ານລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ. ສອງຝ່າຍກໍໄດ້ປຶກສາຫາລືບັນດາມາກຕະການເພີ່ມທະວີການພົບປະແລກປ່ຽນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຈະມາເຖິງ ກໍ່ຄືແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ໜັງສືພິມໃຫ່ຍສະບັບຕ່າງໆຂອງຈີນ ສະບັບອອກວັນທີ 20/6, ລ້ວນແຕ່ລົງພິມຮູບພາບກ່ຽວກັບພິທີຕ້ອນຮັບທ່ານປະທານປະເທດເຈືອງເຕີນຊາງ ຢູ່ນະຄອນຫລວງປັກກິງ ຢ່າງເປັນທາງການ ກໍ່ຄືຮູບພາບ ແລະ ເນື້ອໃນການພົບປະເຈລະຈາລະຫວ່າງທ່ານປະທານປະເທດເຈືອງເຕີນຊາງ ແລະ ທ່ານປະທານປະເທດສືຈິນຜິງ. ໜັງສືພິມ ເຢີນໝິນຈືປາວ ສຽງຂອງພັກກອມມູນິດຈີນ ໄດ້ລົງພິມບົດຂຽນຄັດສະເໜີຄຳເວົ້າຂອງທ່ານປະທານປະເທດສືຈິນຜິງ ໂດຍໃຫ້ຮູ້ວ່າ: ຈີນ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ແລະ ແມ່ນຄູ່ຮ່ວມມືສຳຄັນຂອງກັນ. ຈີນ ຖືການພັດທະນາການພົວພັນກັບຫວຽດນາມ ເປັນສຳຄັນ ແລະ ຈະເດັດດ່ຽວປະຕິບັດທິດນຳມິດຕະພາບກັບຫວຽດນາມ. ເວັບໄຊຂອງຂ່າວສານຊິນຮວາ ໃຫ້ຮູ້ວ່າ: ໃນບັນຍາກາດມິດຕະພາບ, ກົງໄປກົງມາ, ປະມຸກລັດສອງປະເທດຫວຽດນາມ-ຈີນ ໄດ້ແລກປ່ຽນຄຳເຫັນ ແລະ ບັນລຸໄດ້ຄວາມຮັບຮູ້ລວມອັນກ້ວາງຂວາງກ່ຽວກັບການເຮັດໃຫ້ການພົວພັນຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ໃຫ້ເລິກເຊິ່ງຂຶ້ນຕື່ມໃນໄລຍະຈະມາເຖິງຄື: ຮັກສາການພົບປະແລກປ່ຽນຂັ້ນສູງ, ເພີ່ມທະວີການຊີ້ນຳຕໍ່ບັນດາບັນຫາໃຫ່ຍໃນການພົວພັນສອງປະເທດ, ຊຸກຍູ້ການພົບປະແລກປ່ຽນລະຫວ່າງສອງພັກ. ໃນຂົງເຂດເສດຖະກິດ, ສອງຝ່າຍຕັ້ງໜ້າຜັນຂະຫຍາຍການວາງແຜນພັດທະນາການຮ່ວມມືດ້ານການຄ້າໄລຍະ 5 ປີ (2012-2016), ຊຸກຍູ້ການພົວພັນດ້ານການຄ້າສອງຝ່າຍ, ມານະພະຍາຍາມຮອດປີ 2015 ຈະບັນລຸຈຸດໝາຍນຳວົງເງິນການຄ້າສອງຝ່າຍແມ່ນ 60 ຕື້ໂດລາສະຫະລັດ. ການຢ້ຽມຢາມຈີນ ຂອງທ່ານປະທານປະເທດເຈືອງເຕີນຊາງ ກໍ່ໄດ້ດຶງດູດຄວາມສົນໃຈຈາກວົງການນັກຮຽນຮູ້ຈີນ. ທ່ານນາງ ພານຈີນເອືອ ຜູ້ຊ່ຽວຊານຄົ້ນຄ້ວາກ່ຽວກັບຫວຽດນາມ ສັງກັດສະຖານບັນວິທະຍາສາດສັງຄົມຈີນ ໃຫ້ຮູ້ວ່າ: ທ່ານນາງຫວັງວ່າ ການຢ້ຽມຢາມຈີນ ຂອງທ່ານປະທານປະເທດເຈືອງເຕີນຊາງ ຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ ນັບມື້ນັບໄດ້ຮັບການພັດທະນາເປັນຢ່າງດີກ່ວາອີກ.