ທ່ານປະທານປະເທດເຈືອງເຕີນຊາງ ພົບປະກັບປະທານາທິບໍດີ
ຕວກເມນິສະຕັງ Gurbanguly Berdimuhanedvo
ພາບ:baohomnay.com
|
(vovworld)- ເນື່ອງໃນໂອກາດເຂົ້າຮ່ວມບັນດາການເຄື່ອນໄຫວທີ່ສປຊ ຢູ່ ນິວຢອກ ສະຫະລັດ ອາເມລິກາ, ວັນທີ 26/9, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ພົບປະສອງຝ່າຍກັບປະທານາທິບໍດີ ຕວກເມນິສະຕັງ, ປະທານາທິບໍດີ ໂມຊຳບີກ ແລະ ນາຍົກລັດຖະມົນຕີ ສະວິດ.
ທີ່ການພົບປະກັບ ປະທານາທິບໍດີ ຕວກເມນິສະຕັງ Gurbanguly Berdimuhanedvo, ທ່ານປະທານປະເທດເຈືອງເຕີນຊາງ ຖືວ່າ: ສອງປະເທດ ຄວນເພີ່ມທະວີການແລກປ່ຽນວິສາຫະກິດ, ຊຸກຍູ້ການຄ້ານ, ການລົງທຶນ ໃນບັນດາຂົງເຂດຊື່ງສອງຝ່າຍມີຄວາມຕ້ອງການ ແລະ ມີທ່າແຮງ. ການນຳສອງທ່ານໄດ້ເຫັນດີ ຄວນສົມທົບນຳກັນຢ່າງມີປະສິດທິຜົນເພື່ອປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງສາກົນ, ແກ້ໄຂບັນດາການຂັດແຍ້ງ, ການປະທະກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ.
ໃນການພົບປະກັບປະທານາທິບໍດີ ໂມຊຳບີກ Filipe Jacinto Nyusi, ທ່ານປະທານປະເທດເຈືອງເຕີນຊາງ ສະເຫນີ ສອງປະເທດສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອເປີດກວ້າງການຮ່ວມມື.
ທີ່ການພົບປະກັບນາຍົກລັດຖະມົນຕີ ສະວິດ Stefan Lofven, ທ່ານປະທານປະເທດເຈືອງເຕີນຊາງ ສະເຫນີ ຫວຽດນາມ ແລະ ສະວິດ ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ພົບປະຂັ້ນສູງ. ທ່ານປະທານປະເທດເຈືອງເຕີນຊາງ ສະເຫນີ ສະວິດ ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ.