ທ່ານປະທານປະເທດເຈືອງເຕີນຊາງ ເຮັດວຽກກັບກອງພົນນ້ອຍ
ກອງປືນໃຫຍ່ 75
ພາບ:internet
|
(vovworld)- ໃນການຢ້ຽມຢາມ ແລະ ເຮັດວຽກກັບທະຫານເຂດ 7, ຕອນເຊົ້າວັນທີ 28/4, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກອງພົນນ້ອຍກອງປືນໃຫຍ່ 75 ຢູ່ ດົງນາຍ ແລະ ກອງພັນໃຫຍ່ ຢາດີ້ງ ຢູ່ ເມືອງ ກູຈີ ນະຄອນ ໂຮ່ຈິມີນ. ໃນໄລຍະຕໍ່ຕ້ານຕ້ານຈັກກະພັດອາເມລິກາ, ກອງພົນນ້ອຍກອງປືນໃຫຍ່ ໄດ້ປະຕິບັດການບຸກໂຈມຕີຫລາຍຄັ້ງທີ່ສຳຄັນ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍມາຮອດປະຈຸບັນ, ພະນັກງານ, ນັກຮົບຢູ່ກອງພົນນ້ອຍ ຍາມໃດກໍປະຕິບັດວຽກງານບຳລຸງສ້າງ, ບົວລະບັດຮັກສາອາວຸດພາຫະນະ, ກຽມພ້ອມການສູ້ຮົບ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດເຈືອງເຕີນຊາງ ຊີ້ແຈ້ງວ່າ: ພະນັກງານ, ນັກຮົບແຕ່ລະຄົນຄວນຮຳ່ຮຽນ, ຝືກຝົນຫລໍ່ຫລອມ, ກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ ເພື່ອປະຕິບັດຫນ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຊາດ ເປັນຢ່າງດີ.
“ຄົນລຸ້ນກ່ອນໄດ້ເຄີຍສິດສອນພວກເຮົາວ່າ: ເມືອ່ປະເທດຊາດສັນຕິພາບ ຕ້ອງຄິດເຖິງເວລາປະສົບກັບຄວາມຫຍຸ້ງຍາກ. ພວກເຮົາພວມປະຕິບັດ ຍຸດທະສາດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຢາກປະຕິບັດຫນ້າທີ່ດັ່ງກ່າວສຳເລັດ, ພະນັກງານ,ນັກຮົບແຕ່ລະຄົນ ຕ້ອງຝືກຝົນຫລໍ່ຫລອມວິຊາສະເພາະ, ວິຊາການ, ກຽມພ້ອມການສູ້ຮົບ ເພື່ອໃຫ້ສົມກັບກອງພົນນ້ອຍ 75 ວິລະຊົນ.”