ທ່ານປະທານປະເທດເຈືອງເຕີນຊາງອວຍພອນປີໃຫມ່ປີມະເມຍຢູ່ເມືອງກູຈີ

ທ່ານປະທານປະເທດເຈືອງເຕີນຊາງອວຍພອນປີໃຫມ່ປີມະເມຍຢູ່ເມືອງກູຈີ - ảnh 1
ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງຢື້ຢາມຖາມຂ່າວ
ທະ​ຫານ​ເສຍ​ອົງຄະ
ພາບ:baomoi.com


(vovworld)- ຕອນ​ເຊົ້າ​ວັນ​ທີ 1/2, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ການ​ນຳ​ນະຄອນ ​ໂຮ່ຈິ​ມີນ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃຫມ່​ບັນດາ​ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ, ຊາວ​ກະສິກອນ​ຜະລິດ​ເກັ່ງ ​ແລະ ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ບັນດາ​ຕ​າ​ແສງ​ຊົນນະບົດ​ໃຫມ່ ຢູ່​ເມືອງ ກູ​ຈີ ນະຄອນ ​ໂຮ່ຈິ​ມີນ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈປະຊາຊົນ​ເມືອງ​ກູ​ຈີ ​ແລະ ຍ້ອງຍໍບັນດາ​ຄວາມ​ມານະ​ພະຍາຍາມ​ບືນ​ຕົວ​ຂຶ້ນ​ໃນ​ຊີວິດ​ຂອງ​ບັນດາ​ທະ​ຫານ​ເສຍ​ອົງຄະ ​ແລະ ຄອບຄົວ​ເປົ້າໝາຍ​ນະ​ໂຍບາຍ. ​ເມື່ອ​ຢ້ຽມຢາມ​ອົງຄະ​ນະ​ພັກ ​ແລະ ອຳນາດ​ການ​ປົກຄອງ ຕາ​ແສງ ທາຍ​ໝີ ​ແລະ ​ເຕີນ​ທົງ​ໂຮ້ຍ, ຊື່​ງ​ແມ່ນ​ສອງ​ຕາ​ແສງ​ເປັນ​ແບບຢ່າງ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃຫມ່​ຂອງ ນະຄອນ ​ໂຮ່ຈິ​ມີນ, ທ່ານ​ປະທານ​ປະ​ເທດ ​ໄດ້​ຍ້ອງຍໍ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຈິດ​ໃຈ​ທີ່​ມີ​ຫົວຄິດ​ປະດິດສ້າງຂອງ​ອົງຄະ​ນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ໃນ​ການ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະ​ບົດ​ໃຫມ່​ຢ່າງ​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ