ກອງປະຊຸມຂັ້ນສູງກ່ຽວກັບຮູບແບບການພັດທະນາຊົນນະບົດໃຫມ່
ພາບ:baohomnay
|
(vovworld)- ຕອນບ່າຍວັນທີ 26/9 ຕາມເວລາ ນິວຢອກ, ກອງປະຊຸມຂັ້ນສູງກ່ຽວກັບຮູບແບບການພັດທະນາຊົນນະບົດໃຫມ່ແລະປະຊາຄົມຢ່າງໝັ້ນຄົງ ໄດ້ໄຂຂຶ້ນ. ທ່ານເລຂາທິການໃຫຍ່ ສປຊ Bankimoon, ປະທານປະເທດເຈືອງເຕີນຊາງ ແລະ ປະທານາທິບໍດີ ສເກົາຫລີ, ປະທານປະເທດລາວ, ປະທານາທິບໍດີ ເປຣູ, ປະທານາທິບໍດີ Ruanda, ຜູ້ອຳນວຍການໃຫຍ່ UNDP, ເລຂາທິການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ ຖືກເຊີນເປັນຜູ້ປາຖະກະຖາຕົ້ນຕໍທີ່ກອງປະຊຸມ.
ທ່ານ ປະທານປະເທດເຈືອງເຕີນຊາງ ຖືວ່າ ໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ໄດ້ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະຫນາກ່ຽວກັບໂລກບໍ່ມີຜູ້ອຶດຫິວທຸກຍາກ. ປະທານປະເທດເຈືອງເຕີນຊາງ ຍົກໃຫ້ເຫັນບົດຮຽນຂອງຫວຽດນາມ ໃນການກໍ່ສ້າງຊົນນະບົດໃຫມ່ ແລະ ຫວຽດນາມ ພ້ອມແລ້ວແບ່ງປັນບົດຮຽນກັບບັນດາປະເທດເພື່ອພ້ອມກັນພັດທະນາກະສິກຳ, ຊົນນະບົດແບບຍືນຍົງ.
“ໂດຍແມ່ນປະເທດກະສິກຳ ມີພົນລະເມືອງເກືອບ 70% ດຳລົງຊີວິດຢູ່ເຂດຊົນນະບົດ, ການພັດທະນາກະສິກຳ ຊົນນະບົດ ແບບຍືນຍົງ ແມ່ນມີບົດບາດສຳຄັນຍິ່ງສຳລັບການພັດທະນາລວມຢ່ຫວຽດນາມ. ແຕ່ປີ 2010 ຫວຽດນາມ ໄດ້ຜັນຂະຫຍາຍໂຄງການແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່. ປະຈຸບັນ ເຂດຊົນນະບົດຢູ່ຫວຽດນາມ ໄດ້ມີການຫັນປ່ຽນຢ່າງແຮງ, ໂສມຫນ້າຊົນນະບົດປ່ຽນແປງຢ່າງເຫັນໄດ້ຊັດ ໂດຍສະເພາະແມ່ນພື້ນຖານໂຄງລ່າງ, ລາຍຮັບຂອງປະຊາຊົນ.”