ທ່ານປະທານປະເທດເຈືອງເຕີນຊາງເຮັດວຽກກັບອົງການກວດກາລັດຖະບານ

ທ່ານປະທານປະເທດເຈືອງເຕີນຊາງເຮັດວຽກກັບອົງການກວດກາລັດຖະບານ - ảnh 1
​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ເຮັດ​ວຽກ​ກັບ​ອົງການ​ກວດກາ​ລັດຖະບານ
(ພາບ: chinhphu.vn)


(vovworld) – “ຍູ້​ແຮງ​ບົດບາດ​ຂອງ​ອົງການ​ກວດກາກວ່າ​ອີກ​ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ, ຜົນ​ສັກສິດ​ໃນ​ການ​ຄຸ້ມ​ຄອງ​ລັດ ປະກອບສ່ວນ​ປ້ອງ​ກັນ, ຕ້ານ​ການຫຍໍ້​ທໍ, ສໍ້​ລາດ​ບັງ​ຫຼວງ​ຢ່າງ​ມີ​ປະສິດທິ​ຜົນ” ​ແມ່ນ​ຄຳສັ່ງ​ຊີ້​ນຳ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ທີ່​ການ​ເຮັດ​ວຽກ​ກັບ​ອົງການ​ກວດກາ​ລັດຖະບານ, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 10/12, ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ ​ໃນ​ສະພາບ​ທີ່​ປະ​ເທດ​ພວມ​ເຊື່ອມ​ໂຍງ, ຂອບຂະໜາດ​ເສດຖະກິດ​ນັບ​ມື້​ນັບ​ໃຫຍ່, ອົງການ​ກວດ​ກາ​ລັດຖະບານ ຕ້ອງ​ສືບ​ຕໍ່​ເປັນ​ເສລາ​ທິການ​ໃຫ້​ພັກ, ລັດ, ​ເພີ່ມ​ທະວີ​ບັນດາ​ລາຍການ​ປະຕິບັດ​ງານ​ໃຫ້ຖືກຕ້ອງກັບ​ສິດ​ອຳນາດຂອງ​ຕົນ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິຜົນການ​ຄຸ້ມ​ຄອງ​ລັດ.

        “ກອນ​ອື່ນ​ໝົດ, ​ເລື່ອງ​ກວດກາ​ເພື່ອ​ແນ​ໃສ່​ເພີ່ມ​ທະວີຜົນສັກສິດ ​ແລະ ປະສິດທິ​ຜົນການ​ຄຸ້ມ​ຄອງ​​ລັດ​ແມ່ນເຮັດຫຼາຍແລ້ວ, ​ແຕ່​ການຄົ້ນພົບ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ, ​ແກ້​ໄຂ​ບັນດາ​ຄວາມ​ອ່ອນ​ດ້​ອຍ​ໃນ​ລະບົບ​ຄຸ້ມ​ຄອງ​ລັດ​ແມ່ນບໍ່​ທັນ​ມີ​ຫຼາຍ. ​ເມື່ອອົງ​ການ​ກວດກາ​ນ​ໄດ້​ພົບເ​ຫັນ​ບັນດາ​ກໍລະນີ ຕ້ອງ​ໄດ້​ຮັບການແກ້​ໄຂ​ຢ່າງ​​ເຖິງຖອງ, ​ເພື່ອ​ແກ້​ໄຂໂດຍ​ທັນທີ. ​ເພື່ອ​ຫຼຸດຜ່ອນ​ການ​ຮ້ອງ​ຟ້ອງ ຕ້ອງຊອກຫາສາຍເຫດ, ມີຂໍ້ສະເໜີຕໍ່ອົງານທີ່​ມີສິດອຳນາດ, ​ເພີ່ມ​ເຕີ່​ມກົນ​ໄກ, ນະ​ໂຍບາຍ, ປັບໄໝລົງໂທດບັນດາ​ພະນັກງານ​ລະ​ເມີດ​ກົດໝາຍ... ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນາມາດ​ຕະການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໂດຍ​ພື້ນຖານ ​ແລະ ມີ​ປະສິດທິ​ຜົນ.”

        ​ເຫັນ​ດີ​ຕໍ່​ຂໍ້​ສະ​ເໜີ​ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດທະນາ​ຂະ​ແໜງ, ທ່ານ​ປະທານ​ປະ​ເທດ​ໄດ້​ຖື​ວ່າ ຂະ​ແໜງ​ກວດກາ​ມີ​ບົດບາດ​ສຳຄັນ​ໃນ​ການ​ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ ​ແລະ ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຂະ​ແໜງ​ກວດກາ ຕ້ອງ​ສົມທົບ​ກັບ​ບັນດາ​ອົງການ, ຂະ​ແໜງ​ການຢ່າງ​ແໜ້ນ​ແຟ້ນ, ​ເພື່ອ​ເປັນ​ເຈົ້າ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຍົກ​ສູງ​ບົດບາດ​ທີ່​ຕັ້ງ ​ແລະ ປະສິດທິ​ຜົນ​ການ​ປະຕິບັດ​ວຽກ​ງານ​ເທື່ອ​ລະ​ກ້າວ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ.

ຂ່າວ/ບົດ​ອື່ນ