ທ່ານປະທານປະເທດເຮັດວຽກກັບນັກວິທະຍາສາດກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງເລື່ອງບັນດານັກຊ່ຽວຊານ, ນັກວິທະຍາສາດທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການສ້າງແຜນຮ່າງ “ຍຸດທະສາດກໍ່ສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ກຳນົດທິດຮອດປີ 2045”.
ທ່ານປະທານປະເທດເຮັດວຽກກັບນັກວິທະຍາສາດກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ - ảnh 1 ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: TTXVN)

ຕອນບ່າຍວັນທີ 14 ມີນາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະປະຕິຮູບຕູລາການສູນກາງ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດກໍ່ສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ກຳນົດທິດຮອດປີ 2045”, ເຮັດວຽກກັບບັນດານັກຊ່ຽວຊານ, ນັກວິທະຍາສາດກ່ຽວກັບທິດທາງ, ເວລາປະຕິບັດ ແລະ ບັນດາເນື້ອໃນສ້າງແຜນຮ່າງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງເລື່ອງບັນດານັກຊ່ຽວຊານ, ນັກວິທະຍາສາດທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການສ້າງແຜນຮ່າງ “ຍຸດທະສາດສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ກຳນົດທິດຮອດປີ 2045”. ຕາມນັ້ນແລ້ວ, ບັນດາເນື້ອໃນດັ່ງກ່າວສືບຕໍ່ຢືນຢັນບົດບາດການຊີ້ນຳນຳພາຂອງພັກ ໃນໂຄງການສ້າງລັດແຫ່ງນິຕິບັນຍັດສັງຄົມນິຍົມໃນປະຈຸບັນ. ທ່ານປະທານປະເທດສະເໜີໃຫ້ນັກວິທະຍາສາດ, ນັກຊ່ຽວຊານປະກອບຄຳເຫັນທີ່ມີລັກສະນະບຸກທະລຸເພື່ອສ້າງແຜນຮ່າງ ມີຄຸນນະພາບສູງ. ບັນດາບາດກ້າວບຸກທະລຸນີ້ຕ້ອງມີພື້ນຖານວິທະຍາສາດເພື່ອຮັບໃຊ້ການພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ