ທ່ານປະທານສະພາຕ່ຳ ສ. ອາຟິກາໃຕ້ ແລະ ພັນລະຍາ ສິ້ນສຸດ .....

ທ່ານປະທານສະພາຕ່ຳ ສ. ອາຟິກາໃຕ້ ແລະ ພັນລະຍາ ສິ້ນສຸດ ..... - ảnh 1
(ພາບ: hanoimoi)
ຕອນ​ຄ່ຳ​ວັນ​ທີ 19/11, ທ່ານ Max Vuyisile Sisulu ປະທານ​ສະພາ​ຕ່ຳ ປະ​ເທດ ສ. ອາບ​ຟິຣີກາ ​ໃຕ້ ​ແລະ ພັນ​ລະ​ຍາ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ​​ເປັນ​ທາງ​ການ​ຢ່າງ​ຈົບງາມ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 16 ຫາ 19/11, ທ່ານ​ປະທານ​ສະພາ​ຕ່ຳ Max Vuyisile Sisulu  ​ແລະ ບັນດາ​ສະມາຊິກ​ໃນ​ຄະ​ນະ​ໄດ້​ມີ​ການເຈລະຈາ​ ກັບ​ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຄະນະ​ກໍ່​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ພົບ​ປະ​ເຈລະຈາ​ ກັບ ທ່ານ​ຮອງ​ນາຍົກໆ ຫງວຽນ​ຊວນ​ຟູກ. ຢູ່​ທີ່​ການ​ພົບ​ປະ​ຕ່າງໆ, 2 ຝ່າຍ​ໄດ້​ດຳ​ເນີນ​ການ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ການ​ເຄື​່ອນ​ໄຫວ​ດ້ານ​ການ​ເມືອງ, ການ​ທູດ, ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ, ​ເຫັນ​ດີ​ເປັນ​ເອກະສັນ​ນ​ຳກັນຈະ​ເພິ່ມທະວີ​ນ້ຳ​ໃຈ​ສາມັກຄີ, ການຮ່ວມ​ມື ​ແລະ ​ຄວາມເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ 2 ປະ​ເທດ, ​ເພິ່ມທະວີ​ຄວາມສະໜິດ​ຕິດ​ພັນ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ, 2 ລັດ ​ໃນ​ບັນດາ​ເວ​ທີ​ປາ​ໄສ 2 ຝ່າຍ ​ແລະ ສາກົນ​ກ່ວາ​ອີກ.
ຂ່າວ/ບົດ​ອື່ນ