ທ່ານປະທານສະພາສູງໄຮຕີເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) -ວັນທີ 17 ມິຖຸນາ, ຄະນະຜູ້ແທນຂັ້ນສູງສະພາສູງ ສາທາລະນະລັດ ໄຮຕີ ໂດຍທ່ານ Youri Latortue ປະທານສະພາສູງ ນຳຫນ້າ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. 
ທ່ານປະທານສະພາສູງໄຮຕີເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1 ຮອງປະທານກຳມາທິການການຕ່າງປະເທດຫວຽດນາມ ຫງວຽນແມ້ງຕຽນ ຕ້ອນຮັບປະທານ    ສະພາສູງ ໄຮຕີYouri Latortue ຢູ່ ສະຫນາມບິນ

ການຢ້ຽມຢາມແມ່ນດຳເນີນແຕ່ວັນທີ 17 -22 ມິຖຸນາ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. ນີ້ແມ່ນຄັ້ງທຳອິດ ສະພາສູງ ໄຮຕີ ສົ່ງຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມຫວຽດນາມ ແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນສອງຝ່າຍເປັນຄັ້ງທຳອິດລະຫວ່າງອົງການສ້າງກົດໝາຍຂອງສອງປະເທດ, ເພື່ອແນໃສ່ສ້າງ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື ແລະ ແລກປ່ຽນກັບສະພາແຫ່ງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ