(VOV World) ກ່ອນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ປີມະໂຣງ 2012, ວິທະຍຸກະຈາຍສຽງຫວຽດນາມ ເປັນກຽດທີ່ໄດ້ຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງມາຢ້ຽມຢາມ ແລະ ອວຍພອນປີໃໝ່. ຜ່ານຄື້ນກະຈາຍສຽງ ແລະ ໂທລະພາບຂອງວິທະຍຸກະຈາຍສຽງຫວຽດນາມ, ທ່ານປະທານສະພາແຫ່ງຊາດ ໄດ້ມີການພົວພັນແລກປ່ຽນກັບທະຫານ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ, ຕາແສງເກາະ ຊິງໂຕນ, ເກາະ ດ໋າເລີນ ຂຶ້ນກັບເມືອງເກາະ ເຈືອງຊາ. ປຸກລະດົມທະຫານ ແລະ ປະຊາຊົນໃນເກາະ, ຝາກຄຳອວຍພອນຈາກດິນຕໍ່ແຜ່ນໄປຍັງ ໝູ່ເກາະ ເຈື່ອງຊາ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເວົ້າວ່າ:
“ຂ້າພະເຈົ້າຊົມເຊີຍເຈດຈຳນົງຂອງບັນດາສະຫາຍ, ນັ້ນກໍ່ແມ່ນເຈດຈຳນົງຂອງປະຊາຊົນທັງຊາດ. ເຈື່ອງຊາແມ່ນເກາະທະເລແຫ່ງໃຫຍ່ຂອງປະເທດຊາດ, ມີຊັບພະຍາກອນພິເສດຫຼາຍຢ່າງ, ພວກເຮົາຍາມໃດກໍ່ຢືນຢັນວ່າ: ເຈື່ອງຊາແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້. ບັນດາສະຫາຍພວມກຽມພ້ອມ ສູ້ຮົບເພື່ອປະເທດຊາດ, ປະກອບສ່ວນປົກປັກຮັກສາປະເທດຊາດໃຫ້ນັບມື້ນັບໝັ້ນຄົງ. ອວຍພອນບັນດາສະຫາຍໄດ້ຕ້ອນຮັບບູນເຕັດດ້ວຍຄວາມມ່ວນຊື່ນທີ່ສຸດ, ດ້ວຍພະລັງຊີວິດມັງກອນສັກສິດ”
ທ່ານປະທານສະພາແຫ່ງຊາດອວຍພອນປີໃໝ່ຢູ່ວິທະຍຸກະຈາຍສຽງຫວຽດນາມ
ໃນບັນຍາກາດສັກສິດນີ້, ພັນຕີ ຫງວຽນວັນຮ່າ, ຫົວນ້າເກາະ ດ່າເລີ໋ນ ເວົ້າວ່າ:
“ຕາງໜ້າໃຫ້ອ້າຍນ້ອງໃນເກາະ, ພວກຂ້າພະເຈົ້າຂໍໝັ້ນໝາຍກັບທ່ານປະທານສະພາແຫ່ງຊາດ ແລະ ປະຊາຊົນທົ່ວປະເທດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ມູນເຊື້ອຂອງເຫຼົ່າທັບເຮືອວິລະຊົນ, ຍາມໃດກໍ່ກຽມພ້ອມຈະເສຍສະຫຼະຊີວິດ ເພື່ອປົກຮັກສາອະທິປະໄຕຂອງປະເທດຊາດ.”
ເນື່ອງໃນໂອກາດຕ້ອນຮັບບູນເຕັດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກໍ່ໄດ້ຝາກຄຳອວຍພອນໄຊອັນປະເສີດເຖິງ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ, ອວຍພອນໃຫ້ພະນັກງານນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ເຂດຊາຍແດນ, ທະເລທີ່ຫ່າງໄກ ແລະ ພໍ່ແມ່ຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດດ້ວາຍຄວາມເບີກບານມ່ວນຊື່ນ ແລະ ອົບອຸ່ນ.