ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມກອງປະຊູມຄັ້ງທີ 8, ສະພາປະຊາຊົນແຂວງ ຮ່າຕິ້ງ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມກອງປະຊູມຄັ້ງທີ 8, ສະພາປະຊາຊົນແຂວງ ຮ່າຕິ້ງ
(ພາບ:Nhan Sáng/ TTXVN)
(vovworld) - ກອງປະຊູມຄັ້ງທີ 8 ສະພາປະຊາຊົນແຂວງ ຮ່າຕິ້ງ ໄດ້ດຳເນີນໄປໃນສາມມື້, 16 – 18/12, ນີ້ແມ່ນກອງປະຊູມທີ່ມີຫຼາຍເນື້ອໃນສຳຄັນເພື່ອຕີລາຄາຜົນງານການປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມໃນ 3 ປີ 2011 – 2013, ພິເສດແມ່ນຕີລາຄາຢ່າງຮອບດ້ານກ່ຽວກັບສະພາບການປະຕິບັດໜ້າທີ່ດ້ານເສດຖະກິດສັງຄົມ, ດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ບັນດາວຽກງານທຸກດ້ານໃນປີ 2013, ກຳນົດບັນດາວິທີການແກ້ໄຂຕົ້ນຕໍທີ່ຕ້ອງສຸມໃສ່ປະຕິບັດໃນປີ 2014 ຂອງ ຮ່າຕິ້ງ.
ກ່າວຄຳເຫັນທີ່ກອງປະຊູມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ ແຂວງ ຮ່າຕິ້ງຕ້ອງຕັ້ງອົກຕັ້ງໃຈສູງກວ່າອີກໃນການສ້າງຊົນນະບົດໃໝ່; ເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານເສດຖະກິດກະສິກຳອັນດັບໜຶ່ງຂອງທິດເໜືອພາກກາງ. ແຂວງກໍຕ້ອງເອົາໃຈໃສ່ກວ່າອີກເຖິງການປັບປຸງລະບົບການເມືອງທຸກຂັ້ນ; ຮັກສາ ແລະ ເສີມຂະຫຍາຍນ້ຳໃຈສາມັກຄີ, ສືບຕໍ່ຫັນເປັນມາດຖານ, ຍົກສູງຄຸນນະ
ພາບວຽກງານພະນັກງານຢ່າງບໍ່ຢຸດຢັ້ງ. ທ່ານປະທານສະພາແຫ່ງຊາດ ແນະນຳໃຫ້ແຂວງ ຮ່າຕິ້ງ ສຸມໃສ່ພັດທະນາບາງຂະແໜງອຸດສາຫະກຳທີ່ເປັນທ່າແຮງ, ຕັ້ງໜ້າພັດທະນາການຄ້າ, ການບໍລິການ, ຍູ້ແຮງການປະຕິຮູບບໍລິຫານ, ດຶງດູດການລົງທຶນ; ຮັບປະກັນພັດທະນາຢ່າງໝັ້ນຄົງ.