ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ: ເພີ່ມທະວີລັກສະນະມືອາຊິບ, ສະເພາະກິດຂອງສະມາຊິກສະພາແຫ່ງຊາດ
(VOVWORLD) - ຕອນເຊົ້າວັນທີ 23 ທັນວາ, ຢູ່ຫໍສະພາແຫ່ງຊາດ, ຄະນະພັກສະພາແຫ່ງຊາດ, ຄະນະຊີ້ນຳການສ້າງບັນດາຫົວເລື່ອງຂຶ້ນກັບແຜນຮ່າງ “ຍຸດທະສາດສ້າງ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ໃຫ້ສົມບູນແບບ” ໄດ້ຈັດຕັ້ງວາລະປະຊຸມຄັ້ງທີ 4 ປະກອບຄຳເຫັນໃສ່ຫົວສະເພາະ “ປ່ຽນແປງໃໝ່ການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວ ຂອງສະພາແຫ່ງຊາດ ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ໍສ້າງ ແລະ ປັບປຸງ ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ”.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ |
ທີ່ວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ ເນັ້ນໜັກວ່ານີ້ແມ່ນຫົວເລື່ອງທີ່ມີຄວາມສຳຄັນທີ່ສຸດ ເພື່ອແນໃສ່ ປ່ຽນແປງໃໝ່ການຈັດຕັ້ງ ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ໍສ້າງ ແລະ ປັບປຸງ ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ. ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ສະເໜີໃຫ້ຄົ້ນຄ້ວາ, ເພີ່ມເຕີມບັນດາບົດຮຽນຂອງສາກົນກ່ຽວກັບຮູບແບບສະພາແຫ່ງຊາດໃນລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ:
ພວກເຮົາສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມນັ້ນ, ທຳອິດຕ້ອງມີລັກສະນະກວມລວມ. ໝາຍຄວາມວ່າ ສະພາແຫ່ງຊາດໃນລັດແຫ່ງອຳນາດນິຕິບັນຍັດນັ້ນ ມີຫຼັກມູນການເຄື່ອນໄຫວຄືແນວໃດ? 3 ພາລະບົດບາດ ອຳນາດນິຕິບັນຍັດ, ອຳນາດບໍລິຫານ, ອຳນາດຕຸລາການ ມີການພົວພັນກັນຄືແນວໃດ? ສັງຄົມນິຍົມນັ້ນ ມີລັກສະນະກວມລວມແມ່ນອຳນາດແຫ່ງນິຕິບັນຍັດ. ລັກສະນະພິເສດສະເພາະແມ່ນສັງຄົມນິຍົມຕ້ອງຢູ່ພາຍໃຕ້ການນຳພາຂອງພັກ.
ທ່ານປະທານສະພາແຫ່ງຊາດ ເວື່ອງດິງເຫ້ວ ສະເໜີໃຫ້ສືບຕໍ່ປັບປຸງຫົວຂໍ້ສະເພາະໃຫ້ສົມບູນແບບ ເພື່ອລາຍງານໃຫ້ຄະນະຊີ້ນຳກໍ່ສ້າງບັນດາຫົວເລື່ອງສະເພາະ “ຍຸດທະສາດກໍ່ສ້າງ ແລະ ປັບປຸງ ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ຮອດປີ 2030, ກຳນົດທິດຮອດປີ 2045” ກ່ອນວັນທີ 31 ທັນວາ.