ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາຍການເລືອກຕັ້ງຢູ່ ນະຄອນ ຫາຍຟ່ອງ
(VOVWORLD) -ຕອນເຊົ້າວັນທີ 9 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ປະທານຄະນະກຳມະການເລືອກຕັ້ງແຫ່ງຊາດ ໄດ້ເຂົ້າຮ່ວມການພົບປະລະຫວ່າງຜູ້ມີສິດເລືອກຕັ້ງ ແລະ ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV, ຢູ່ ເມືອງ ຫວິງບ໋າວ, ນະຄອນ ຫາຍຟ່ອງ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ (ພາບ: TTXVN) |
ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຖ້າສືບຕໍ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ທ່ານຈະສືບຕໍ່ພ້ອມກັບຄະນະປະຈຳສະພາແຫ່ງຊາດ ສືບຕໍ່ປັບປຸງ, ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ຮັບປະກັນໃຫ້ສະພາແຫ່ງຊາດເປັນອົງການຕາງໜ້າສູງສຸດຂອງປະຊາຊົນ, ເປັນອົງການມີສິດອໍານາດສູງສຸດ ຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງແທ້ຈິງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ ຍາມໃດກໍຈະເຮັດຈົນສຸດຄວາມສາມາດຂອງຄົນ ເພື່ອປະກອບສ່ວນເຂົ້າໃນການປະຕິບັດການປ່ຽນແປງໃໝ່ຢ່າງມີປະສິດທິຜົນ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມປະຊາທິປະໄຕ, ຍຸຕິທຳ, ຮຸ່ງເຮືອງສີວິໄລ.
|