ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ແຟງລັງ ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ການຢ້ຽມຢາມຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ພາຍຫຼັງ 28 ປີ ເພື່ອແນໃສ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ແຟງລັງ ເວົ້າລວມ ແລະ ກັບສະພາແຫ່ງຊາດ ແຟງລັງ ເວົ້າສະເພາະ ເລິກເຊິ່ງກ່ວາອີກ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ແຟງລັງ ​ຢ່າງ​ເປັນ​ທາງ​ການ - ảnh 1ຜູ້ຕາງໜ້າກຳມາທິການພົວພັນຕ່າງປະເທດ ສະພາແຫ່ງຊາດ ແຟງລັງ ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ (ພາບ: TTXVN)

ຕອນຄ່ຳວັນທີ 9 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດສະໜາມບິນ Vantaa, Helsinki, ສ.ແຟງລັງ ເພື່ອເລີ່ມຕົ້ນການຢ້ຽມຢາມແຟງລັງ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດ ແຟງລັງ Anu Vehvilainen. ການຢ້ຽມຢາມຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ພາຍຫຼັງ 28 ປີ ເພື່ອແນໃສ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ແຟງລັງ ເວົ້າລວມ ແລະ ກັບສະພາແຫ່ງຊາດ ແຟງລັງ ເວົ້າສະເພາະ ເລິກເຊິ່ງກ່ວາອີກ; ເປີດບັນດາແງ່ຫວັງຮ່ວມມືໃໝ່ໃນການພົວພັນສອງຝ່າຍກໍ່ຄືການຮ່ວມມືລະຫວ່າງເຂດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ