ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບປະທານພັກປະຊາທິປະໄຕສ້າງລັດຖະທຳມະນູນ ຍີ່ປຸ່ນ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ, ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ຍາມໃດກໍ່ຖືການພົວພັນກັບ ຍີ່ປຸ່ນ ເປັນສຳຄັນ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບປະທານພັກປະຊາທິປະໄຕສ້າງລັດຖະທຳມະນູນ ຍີ່ປຸ່ນ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານປະທານພັກປະຊາທິປະໄຕສ້າງລັດຖະທຳມະນູນຍີ່ປຸ່ນ Izumi Kenta)

            ຕອນບ່າຍວັນທີ 30 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານປະທານພັກປະຊາທິປະໄຕສ້າງລັດຖະທຳມະນູນຍີ່ປຸ່ນ (CDP) Izumi Kenta ທີ່ພວມຢ້ຽມຢາມ ຫວຽດນາມ.

            ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ, ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ຍາມໃດກໍ່ຖືການພົວພັນກັບ ຍີ່ປຸ່ນ ເປັນສຳຄັນ; ທ່ານປາດຖະໜາວ່າ 2 ຝ່າຍຈະເພີ່ມທະວີການພົວພັນຮ່ວມມືໃນທຸກຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງວິສາຫະກິດ ແລະ ລະຫວ່າງທ້ອງຖິ່ນນຳກັນ.

            ທີ່ການພົບປະ, 2 ຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຢີສູງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາເສດຖະກິດ - ສັງຄົມ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ນອກນັ້ນ, ສອງຝ່າຍຈະສືບຕໍ່ຮ່ວມມື ແລະ ແບ່ງປັນບົດຮຽນໃນການກໍ່ສ້າງລະບອບລະບຽບການ, ການຮ່ວມມືດ້ານເຕັກໂນໂລຊີ, ການເງິນໃນການຫັນເປັນດີຈີຕອນ, ການຫັນປ່ຽນພະລັງງານ ເພື່ອບັນລຸເປົ້າໝາຍຂອງແຕ່ລະປະເທດ ແລະ ກໍ່ຄືການບັນລຸເປົ້າໝາຍລວມຂອງໂລກ.

            2 ຝ່າຍຢືນຢັນຄວາມມານະພະຍາຍາມ ແລະ ການສະໜັບສະໜູນທັດສະນະ, ຫຼັກໝັ້ນຂອງຕົນໃນການຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ