ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ແລະ
ທ່ານ ປະທານສະພາແຫ່ງຊາດກຳປູເຈຍ Heng Samrin
photo:vietnamplus.vn
|
(vovworld)- ໂດຍຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ໂດຍທ່ານ Heng Samrin, ປະທານສະພາແຫ່ງຊາດ, ປະທານແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ນຳຫນ້າ ຈະມາຢ້ຽມຢາມຫວຽດນາມແຕ່ວັນທີ 4 -5/1/2014. ຄະນະຜູ້ແທນ ຂັ້ນສູງສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ຈະເຂົ້າຮ່ວມພິທີສະເຫລີມສະຫລອງ 35 ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາຊາຍແດນທາງທິດຕາເວັນຕົກສຽງໃຕ້ ແລະ ພ້ອມກັບກອງທັບ, ປະຊາຊົນກຳປູເຈຍຍາດໄດ້ໄຊຊະນະໃນການຕ້ານລະບອບດັບສູນເຊື້ອຊາດ(7/1/1979-7/1/2014).