ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊີງຮຸ່ງເຮັດວຽກຢູ່ແຂວງນາມດີ້ງ

ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊີງຮຸ່ງເຮັດວຽກຢູ່ແຂວງນາມດີ້ງ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ
ພາບ:internet


(vovworld)- ຕອນ​​ເຊົ້າ​ວັນ​ທີ 16/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເມືອງ ຫາຍ​ເຫົ້າ ​ແຂວງ​ນາມ​ດີ້​ງ ​ເພື່ອ​ກວດກາ​ໝາກຜົນ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 7 ຊຸດ​ທີ 10 ກ່ຽວກັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຕີ​ລາຄາ​ສູງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ຂອງ​ສູນ​ກາງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮ່ງ ​ໃສ່​ໃຈ​ວ່າ: ຕ້ອງ​ຖື​ການວາງ​ແຜນ​ກຳນົດ​ເຂດ​ຊົນນະບົດ​ເປັນ​ສຳຄັນ ບົນ​ພື້ນຖານ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ, ຄວາມ​ຕ້ອງການ​ຂອງ​ສັງຄົມ ​ແລະ ຕາມ​ທິດ​ສີວິ​ໄລ, ພັດທະນາ​ແບບ​ຍືນ​ຍົງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຢືນຢັນ​ວ່າ: ການ​ກໍ່ສ້າງ​ຊົນນະບົດ​​ໃຫມ່ ກ່ອນ​ອື່ນໝົດ​​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ​ເພື່ອ​ປະຕິບັດ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່​ສຳ​ເລັດ​ຜົນ, ທຸກກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ພ້ອມ​ກັບ​ປະຊາຊົນ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ.

 

ຂ່າວ/ບົດ​ອື່ນ