ທ່ານປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມໂອ້ລົມສົນທະນາທາບທາມຄຳເຫັນຈາກນັກຊ່ຽວຊານກ່ຽວກັບ ຮ່າງກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ)
(VOVWORLD) -ຕອນບ່າຍວັນທີ 12 ສິງຫາ, ຢູ່ຫໍສະພາແຫ່ງຊາດໄດ້ດຳເນີນການໂອ້ລົມສົນທະນາທາບທາມຄຳເຫັນຈາກນັກຊ່ຽວຊານກ່ຽວກັບ ຮ່າງກົດໝາຍວ່າດ້ວຍການກວດ ແລະ ປິ່ນປົວພະຍາດ (ສະບັບປັບປຸງ) ໂດຍສະຖາບັນຄົ້ນຄວ້ານິຕິບັນຍັດ ແລະ ກຳມາທິການສັງຄົມຂອງ ສະພາແຫ່ງຊາດເປັນປະທານ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເນັ້ນໜັກວ່າ ກົດໝາຍວ່າດ້ວຍການກວດ ແລະ ປິ່ນປົວພະຍາດ (ສະບັບປັບປຸງ) ແມ່ນຮ່າງກົດໝາຍທີ່ມີຄວາມສຳຄັນຍິ່ງ, ບໍ່ພຽງແຕ່ສົ່ງຜົນສະທ້ອນຕໍ່ຂະແໜງສາທາລະນະສຸກ, ຕໍ່ການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນເທົ່ານັ້ນ, ຫາກຍັງກະທົບເຖິງຂົງເຂດເສດຖະກິດ, ຊີວິດ, ສັງຄົມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ ເນື້ອໃນຮ່າງກົດໝາຍສະບັບນີ້ ໄດ້ຮັບຄວາມສົນໃຈຢ່າງເລິກເຊິ່ງ, ບໍ່ສະເພາະແຕ່ຂະແໜງສາທາລະນະສຸກເທົ່ານັ້ນ, ຫາກນັບທັງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດກໍມີຄວາມສົນໃຈເຊັ່ນດຽວກັນ. ທ່ານຫວັງວ່າ ບັນດາເນື້ອໃນເຫຼົ່ານັ້ນ ຈະໄດ້ຮັບຄຳເຫັນປະກອບເຮັດແຈ້ງຈາກນັກຊ່ຽວຊານດ້ານນິຕິກຳ, ດ້ານສາທາລະນະສຸກ ແລະ ນັກຄຸ້ມຄອງໃນຂົງເຂດສາທາລະນະສຸກ.