( vovworld ) - ຕອນຄໍ່າວັນທີ 23/6, ຢູ້ສະຫຼາມຫຼວງໂຮ່ຈິມິນ, ນະຄອນວິງ, ແຂວງເງ້ອານ, ງານມະໂຫລານຂັບວິ໋, ຢັ້ມ ເງ໋ອານ ໄດ້ໄຂຂຶ້ນຢ່າງເປັນທານການ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ເຂົ້າຮ່ວມ ແລະ ເປັນສັກຂີພິຍານພິທີໄຂງານມະໂຫລານວັດທະນະທຳທີ່ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳພື້ນເມືອງຂອງເງ້ອານ. ເຂົ້າຮ່ວມງານມະໂຫລານຂັບວິ໋, ຢັ້ມ ເງ໋ອານ ມີ 22 ສະໂມສອນທ້ອງຖີ່ນ ທີ່ມາຈາກແຂວງ ເງ້ອານ ແລະ ຮ່າຕິ້ງ. ບັນດານັກຮ້ອງສະໝັກຫຼິ້ນເຂົ້າຮ່ວມງານມະໂຫລານ ລ້ວນແຕ່ແມ່ນຊາວກະສິກອນ.
ນີ້ແມ່ນເທື່ອທຳອິດທີ່ສອງແຂວງ ເງ້ອານ ແລະ ຮ່າຕິ້ງ ສົມທົບກັນຈັດຕັ້ງງານມະໂຫລານຂັບວິ໋, ຢັ້ມ ເພື່ອແນໃສ່ປຸກລຸກຂະບວນການຂັບພື້ນເມືອງຢູ່ທ້ອງຖີ່ນຕ່າງໆ ແລະ ກະກຽມໃຫ້ແກ່ເລື່ອງສ້າງສຳເນົາ ຍື່ນສະເໜີຕໍ່ອົງການ UNESCO ພິຈາລະນາ ຮັບຮອງເພງພື້ນເມືອງ ເງ້ອານ ແມ່ນມໍລະດົກທີ່ບໍ່ມີຮູບຮ່າງຂອງມວນມະນຸດ.