ທ່ານປະທານາທິບໍດີ Donald Trump ຈັດວາງອັດຕາພາສີເພີ່ມເຕີມ ອາດຈະແກ້ໄຂບັນດາບັນຫາດ້ານການຄ້າກັບ ອີຢູ ໄດ້ໃນທັນທີ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ເລື່ອງຈັດວາງອັດຕາພາສີນຳເຂົ້າເພີ່ມເຕີມສຳລັບສິນຄ້າຂອງສະຫະພາບ ເອີຣົບ (ອີຢູ) ຈະຊ່ວຍແກ້ໄຂບັນດາບັນຫາດ້ານການຄ້າລະຫວ່າງ ອາເມລິກາ ແລະ ອີຢູ.

 ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ Donald Trump ກໍ່ຖືວ່າ: ທ່ານຍັງບໍ່ທັນມີຄວາມພ້ອມໃນການປະຕິບັດສິ່ງດັ່ງກ່າວໃນຈຸດເວລານີ້ເທື່ອ.

ທ່ານປະທານາທິບໍດີ Donald Trump ຈັດວາງອັດຕາພາສີເພີ່ມເຕີມ ອາດຈະແກ້ໄຂບັນດາບັນຫາດ້ານການຄ້າກັບ ອີຢູ ໄດ້ໃນທັນທີ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN)

        ກ່າວຄຳເຫັນທີ່ກອງຖະແຫຼງຂ່າວຮ່ວມກັບທ່ານປະທານາທິບໍດີ ອີຕາລີ Sergio Mattarella ຢູ່ທຳນຽບຂາວ ໃນວັນທີ 16 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ການຈັດວາງອັດຕາພາສີເພີ່ມເຕີມສຳລັບສິນຄ້າທີ່ນຳເຂົ້າຈາກ ອີຢູ ອາດຈະແກ້ໄຂບັນດາບັນຫາດ້ານການຄ້າລະຫວ່າງ ອາເມລິກາ ແລະ ອີຢູ ໄດ້ໃນທັນທີ. ອາເມລິກາ ຈະຊອກຫາວິທີບໍ່ຕ້ອງຈັດວາງອັດຕາພາສີສິນຄ້າຂອງ ອີຢູ ທີ່ນຳເຂົ້າ ອາເມລິກາ. ອາເມລິກາ ຖືກການປະພຶດບໍ່ຍຸຕິທຳ.

        ວັນທີ 14 ຕຸລາ, ອົງການການຄ້າໂລກໄດ້ອະນຸຍາດໃຫ້ ອາເມລິກາ ຈັດວາງພາສີສຳລັບປະລິມານສິນຄ້າຂອງ ອີຢູ ທີ່ມີມູນຄ່າ 7,5 ຕື້ USD ເຊິ່ງກ່ຽວຂ້ອງເຖິງນະໂຍບາຍອຸດໜູນ ເຊິ່ງກຸ່ມນີ້ສະຫງວນໃຫ້ບໍລິສັດຜະລິດເຮືອບິນ Airbus.

        ແລະກໍ່ໃນວັນທີ 16 ຕຸລາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ອາເມລິກາ ພວມພະຍາຍາມເຈລະຈາກັບ ຕວັກກີ ທີ່ກ່ຽວຂ້ອງເຖິງການບຸກໂຈມຕີຂອງ Ankara ຢູ່ພາກຕາເວັນອອກສ່ຽງເໜືອ ຊີຣີ, ພ້ອມທັງ ກ່າວເຕືອນວ່າ ຈະຈັດວາງບັນດາມາດຕະການລົງໂທດ ສາມາດທຳລາຍພື້ນຖານເສດຖະກິດຂອງ ຕວັກກີ ຖ້າບັນດາກອງປະຊຸມປຶກສາຫາລືລະຫວ່າງ 2 ຝ່າຍບໍ່ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ