(VOVWORLD) -ໃນວັນທີ 20 ພຶດສະພາ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ພວມຄິດໄລ່ຊັ່ງຊາຕໍ່ການຈັດຕັ້ງກອງປະຊຸມໂດຍກົງຢູ່ ອາເມລິກາ ກັບບັນດາການນຳ G7.
ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ Donald Trump ໄດ້ຂຶ້ນແຜນການຈັດຕັ້ງກອງປະຊຸມສຸດຍອດກຸ່ມ 7 ພື້ນຖານເສດຖະກິດພັດທະນາທີ່ສຸດໃນໂລກ (G7) ໃນລະຫວ່າງວັນທີ 10-12 ມິຖຸນາ ຈະມາເຖິງ, ຢູ່ Camp David. ເຖິງຢ່າງໃດກໍ່ຕາມ, ໃນເດືອນ ມີນາ ຜ່ານມາ, ທ່ານ Donald Trump ໄດ້ຖະແຫຼງການຍົກເລີກກອງປະຊຸມໂດຍກົງປະຈຳປີຍ້ອນ ໂລກລະບາດໂຄວິດ-19, ແທນທີ່ນັັ້ນບັນດາການນຳຈະຈັດກອງປະຊຸມທາງອອນລາຍ.
ບັດຈຸປັນ, ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ Donald Trump ຍັງຈຳກັດການໄປມາ ແລະ ຮຽກຮ້ອງໃຫ້ມີການກວດສຸຂະພາບສຳລັບນັກທ່ອງທ່ຽວມາຈາກ ເອີລົບ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຖືນັ້ນແມ່ນແນວຄວາມຄິດທີ່ເປັນຫນ້າຈັບໃຈ, ແຕ່ຖືວ່າການນຳຂອງບັນດາປະເທດສະມາຊິກຕ້ອງຮູ້ໃຫ້ລະອຽດຫຼາຍກ່ວາ. ທ່ານນາຍົກລັດຖະມົນຕີ ການາດາ ເວົ້າວ່າກອງປະຊຸມສຸດຍອດ G7 ສາມາດດຳເນີນໃນເດືອນມິຖຸນານັ້ນຈະມີຄວາມໝາຍສຳຄັນ, ຕາມນັ້ນແລ້ວບັນດາການນຳອາດຈະປຶກສາຫາລືກ່ຽວກັບໂລກລະບາດໂຄວິດ-19 ແລະ ຟື້ນຟູການເຄື່ອນໄຫວເສດຖະກິດ.