ທ່ານປະທານາທິບໍດີ D.Trump ຕັດສິນໃຈເດັດດຽວຖອນ ອາເມລິກາ ອອກຈາກສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ວັນທີ 23 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢັ້ງຢືນຄືນໃໝ່ກ່ຽວກັບແຜນການຖອນ ອາເມລິກາ ອອກຈາກສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃນເວລາຍັງບໍ່ຮອດ 2 ອາທິດ ອຳນາດການປົກຄອງຂອງທ່ານຈະເລີ່ມປະຕິບັດເຫດການນີ້.
ທ່ານປະທານາທິບໍດີ D.Trump ຕັດສິນໃຈເດັດດຽວຖອນ ອາເມລິກາ ອອກຈາກສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານປະທານາທິບໍດີ D.Trump ຕັດສິນໃຈເດັດດຽວຖອນ ອາເມລິກາ ອອກຈາກສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (ພາບ: Al Jazeera)  

        ກ່າວຄຳທີ່ກອງປະຊຸມພະລັງງານຢູ່ລັດ Pennsylvania, ທ່ານປະທານາທິບໍດີ Donald Trump ຖືວ່າ: “ສັນຍາ ປາຣີ ຈະເຮັດໃຫ້ບັນດາບໍລິສັດຜະລິດຂອງ ອາເມລິກາ ຕ້ອງປິດປະຕູ ຍ້ອນບັນດາຂໍ້ກຳນົດຈຳກັດຫລາຍໂພດ, ໃນຂະນະນັ້ນ ພັກອະນຸຍາດໃຫ້ບັນດາບໍລິສັດຜະລິດຕ່າງປະເທດກໍ່ມົນລະພິດ”. ທ່ານກໍ່ເນັ້ນໜັກວ່າ ການປະຕິບັດນະໂຍບາຍ “ປະເທດ ອາເມລິກາ ເໜືອກ່ວາປະເທດໃດໝົດ” ແມ່ນບໍ່ກໍ່ຜົນເສຍຫາຍໃຫ້ຊາວ ອາເມລິກາ ແລະ ກໍ່ບໍ່ໍຊ່ວຍໃຫ້ບັນດາປະເທດກໍ່ມົນລະພິດສ້າງຄວາມຮັ່ງມີ.

ຕອບກັບ

ຂ່າວ/ບົດ​ອື່ນ