ທ່ານປະທານາທິບໍດີ V.Putin ຢັ້ງຢືນວ່າພື້ນຖານເສດຖະກິດ ລັດເຊຍ ຈະພົ້ນເດັ່ນຂຶ້ນຢ່າງແຮງກ່ວາ

(VOVWORLD) -  ວັນທີ 11 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ປະເທດ ລັດເຊຍ ຈະຜ່ານຜ່າວິກິດການດ້ານເສດຖະກິດທີ່ເລີ່ມມາຈາກການໂຕ້ຖຽງກັນກັບ ອາຣັບບິ ຊະອຸດິ ກ່ຽວກັບນ້ຳມັນ ແລະ ຈະກັບຄືນມາມີຄວາມ “ເຂັ້ມແຂງກ່ວາ”.
ທ່ານປະທານາທິບໍດີ V.Putin ຢັ້ງຢືນວ່າພື້ນຖານເສດຖະກິດ ລັດເຊຍ ຈະພົ້ນເດັ່ນຂຶ້ນຢ່າງແຮງກ່ວາ - ảnh 1ພາບປະກອບ : AFP/TTXVN)

        ກ່າວຄຳເຫັນທີ່ການພົບປະກັບບັນດານັກລົງທຶນ, ທ່ານ Putin ຢັ້ງຢືນວ່າ: ລັດເຊຍ ຈະຜ່ານຜ່າໄລຍະສັບສົນນີ້ ເພື່ອຫລຸດພົ້ນອອກຈາກສະພາບການດັ່ງກ່າວ ແລະ ມີຄວາມພ້ອມຮັບມືຕໍ່ທຸກການແກ່ງແຍ້ງທີ່ຫຍຸ້ງຍາກກ່ວາ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງພະລັງງານ ລັດເຊຍ Alexander Novak ໃຫ້ຮູ້ວ່າ: ມົດສະກູ ພວມສືບຕໍ່ດຳເນີນການປຶກສາຫາລືຜ່ານທາງໂທລະສັບກັບ “ລັດຖະມົນຕີຫລາຍທ່ານ” ຂອງບັນດາປະເທດ OPEC ແລະ ບັນດາປະເທດນອກ OPEC. ທ່ານ Novak ກໍ່ໃຫ້ຮູ້ວ່າ: ຈະພົບປະກັບບັນດານັກຜະລິດນ້ຳມັນຂອງ ລັດເຊຍ ເພື່ອປຶກສາຫາລືສະພາບການຕະຫລາດ ແລະ ແຜນການເພີ່ມປະລິມານ.

ຕອບກັບ

ຂ່າວ/ບົດ​ອື່ນ