ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Macron ຢ້ຽມ​ຢາມ ເອີ​ຣົບ ຕາ​ເວັນ​ອອກ ເພື່ອ​ແນ​ໃສ່​ປອບ​ໃຈປະ​ເທດ​ພັນ​ທະ​ມິດ

(VOVWORLD) -  ໃນແຈ້ງການທີ່ໄດ້ຍົກອອກມາໃນການຢ້ຽມຢາມ, ຫ້ອງວ່າການປະທານາທິບໍດີ ຝລັ່ງ ຕີລາຄາວ່າ ຣູມາລີ ພ້ອມດ້ວຍ ໂປໂລຍ ແລະ ບັນດາປະເທດ ບານຕິກ ແມ່ນບັນດາປະເທດ “ແນວໜ້າ” ແລະ ໄດ້ຮັບຜົນສະທ້ອນໂດຍກົງຈາກການປະທະກັນ ຢູແກຼນ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Macron  ຢ້ຽມ​ຢາມ ເອີ​ຣົບ ຕາ​ເວັນ​ອອກ ເພື່ອ​ແນ​ໃສ່​ປອບ​ໃຈປະ​ເທດ​ພັນ​ທະ​ມິດ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ຢ້ຽມຢາມ ພົນທະຫານຢູ່ ຣູມາເນຍ (ພາບ: Le Monde)

ວັນທີ 14 ມິຖຸນາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ເລີ່ມຕົ້ນການຢ້ຽມຢາມສອງປະເທດ ເອີຣົບ ຕາເວັນອອກສ່ຽງໃຕ້ ນັ້ນແມ່ນ ຣູມາເນຍ ແລະ ມົນໂດວາ ເພື່ອຢັ້ງຢືນການສະໜັບສະໜູນສຳລັບບັນດາປະເທດ ທີ່ ຝລັ່ງໄດ້ໃຫ້ການຕີລາຄາວ່າ  ເປັນ “ແນວໜ້າ” ແລະ ໄດ້ຮັບຜົນສະທ້ອນຈາກການປະທະກັນຢູ່ ຢູແກຼນ. ການເດີນທາງໄປຍັງສອງປະເທດດັ່ງກ່າວ ກໍແມ່ນການຢ້ຽມຢາມທຳອິດຂອງທ່ານ Emmanuel Macron ໄປຍັງ ເອີຣົບ ຕາເວັນອອກສ່ຽງໃຕ້ ນັບແຕ່ທ້າຍເດືອນ ກຸມພາ 2022 ມານີ້.

        ໃນແຈ້ງການທີ່ໄດ້ຍົກອອກມາໃນການຢ້ຽມຢາມ, ຫ້ອງວ່າການປະທານາທິບໍດີ ຝລັ່ງ ຕີລາຄາວ່າ ຣູມາລີ ພ້ອມດ້ວຍ ໂປໂລຍ ແລະ ບັນດາປະເທດ ບານຕິກ ແມ່ນບັນດາປະເທດ “ແນວໜ້າ” ແລະ ໄດ້ຮັບຜົນສະທ້ອນໂດຍກົງຈາກການປະທະກັນ ຢູແກຼນ.

        ອົງການນີ້ກໍໃຫ້ຮູ້ວ່າ ທ່ານປະທານາທິບໍດີ Emmanuel Macron ຍັງບໍ່ທັນມີແຜນຈະເດີນທາງໄປຍັງ ຢູແກຼນ ເທື່ອ ແຕ່ ວ່າຍາມໃດກໍສະໜັບສະໜູນ ແລະ ຈະມານະພະຍາຍາມຢຸດຕິການປະທະກັນຍິ່ງໄວກໍຍິ່ງດີ.

        ຕາມການຄາດຄະເນແລ້ວ, ຄະນະກຳມະການເອີຣົບ (EC) ຈະໂຮມປະຊຸມໃນທ້າຍອາທິດນີ້ ເພື່ອປະກອບຄຳເຫັນກ່ຽວກັບເງື່ອນໄຂຜູ້ສະໝັກເປັນສະມາຊິກ ອີຢູ ຂອງບັນດາປະເທດ ຢູແກຼນ, ມົນໂດວາ ແລະ ກຣູເດຍ ກ່ອນທີ່ບັນຫານີ້ໄດ້ຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອີຢູ ໃນທ້າຍເດືອນ ມິຖຸນາ 2022.

ແມ້ງຮ່າ - ນັກຂ່າວ VOV ປະຈຳ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ