ທ່ານປະທານາທິບໍດີ ຝລັ່ງ ເດີນທາງໄປປະຕິບັດງານຢູ່ ອາຟະລິກາ
(VOVWORLD) -ວັນທີ 1 ມີນາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເລີ່ມຕົ້ນການເດີນທາງໄປປະຕິບັດງານຢູ່ 4 ປະເທດ ອາຟະລິກາ, ເຊິ່ງລວມມີ: ສາທາລະນະລັດ ປະຊາທິປະໄຕ ກົງໂກ, ກາບົງ, ອັງໂກລາ ແລະ ສາທາລະນະລັດ ກົງໂກ.
ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: TTXVN) |
ການຢ້ຽມຢາມບັນດາປະເທດ ອາຟະລິກາ ຖືກດຳເນີນໃນສະພາບທີ່ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຍາມໃດກໍຢັ້ງຢືນວ່າ ອາຟະລິກາ ແມ່ນບຸລິມະສິດໃນອາຍຸການທີ 2.
ອາຟະລິກາ ຍາມໃດກໍເປັນໜຶ່ງໃນບັນດາພາກພື້ນທີ່ຮັບຜົນສະທ້ອນມາແຕ່ດົນນານຂອງ ຝລັ່ງ ໃນຫຼາຍທົດສະວັດຜ່ານມາ, ພິເສດແມ່ນຢູ່ພາກພື້ນ ອາຟະລິກາ ຕາເວັນຕົກ ແລະ ເຂດ Sahel, ເພາະວ່າ ນີ້ແມ່ນບ່ອນເຕົ້າໂຮມເກືອບທຸກປະເທດທີ່ເຄີຍເປັນຫົວເມືອງຂຶ້ນຂອງ ຝລັ່ງ ແລະ ປັດຈຸບັນ ຍັງຮັກສາສາຍສຳພັນຢ່າງແໜ້ນແຟ້ນກັບ ຝລັ່ງ ກ່ຽວກັບດ້ານພາສາ, ເສດຖະກິດ, ວັດທະນະທຳ ກໍຄື ມະນຸດ. ເມື່ອເດືອນ ກໍລະກົດ 2022, ທ່ານປະທານາທິບໍດີ ຝລັ່ງ Macron ໄດ້ໄປຢ້ຽມຢາມ Cameroon, Benin ແລະ Guinea – Bissau. ປັດຈຸບັນ, ຝລັ່ງ ມີທະຫານນັບພັນຄົນ ພວມປະຕິບັດໜ້າທີ່ໝູນຊ່ວຍການຕ້ານການກໍ່ການຮ້າຍຢູ່ ອາຟະລິກາ.