ທ່ານປະທານາທິບໍດີ ຢູແກຼນ ປະກາດ ຢູແກຼນ ຈະບໍ່ເປັນສະມາຊິກຂອງ NATO
(VOVWORLD) -ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຖະແຫຼງວ່າ ຮອດເວລາແລ້ວທີ່ຕ້ອງຍອມຮັບວ່າ ປະເທດນີ້ຈະບໍ່ເປັນສະມາຊິກຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO).
ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: AFP/TTXVN) |
ວັນທີ 15 ມີນາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຖະແຫຼງວ່າ ຮອດເວລາແລ້ວທີ່ຕ້ອງຍອມຮັບວ່າ ປະເທດນີ້ຈະບໍ່ເປັນສະມາຊິກຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO). ທ່ານປະທານາທິບໍດີ ຢູແກຼນ Zelensky ໄດ້ຍົກອອກຖະແຫຼງການດັ່ງກ່າວ ໃນຂະນະທີ່ກ່າວຄຳປາໄສຢູ່ທີ່ກອງປະຊຸມກັບບັນດາການນຳຂອງກຳລັງທະຫານສູ້ຮົບທາງໄກ (JEF) ໂດຍ ອັງກິດ ນຳພາ. ທ່ານ Zelensky ເນັ້ນໜັກວ່າ ຢູແກຼນ ຄວນຊອກຫາຮູບການຮ່ວມມືໃໝ່ກັບຝ່າຍຕາເວັນຕົກ ແລະ ຮັບປະກັນຄວາມໝັ້ນຄົງ.
ກ່ຽວຂ້ອງເຖິງບັນຫາ ຢູແກຼນ, ໃນວັນດຽວກັນ, ທ່ານ Vassily Nebenzia ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສປຊ ໃຫ້ຮູ້ວ່າ ປະເທດນີ້ຈະຍົກອອກຮ່າງມະຕິວ່າດ້ວຍສະພາບການມະນຸດສະທຳຢູ່ ຢູແກຼນ. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ Vassily Nebenzia ກໍເນັ້ນໜັກວ່າ ລັດເຊຍ ຈະຢຸດຕິບັ້ນການທະຫານພິເສດຢູ່ ຢູແກຼນ ໃນຂະນະທີ່ບັນດາເປົ້າຂອງບັ້ນຮົບນີ້ໄດ້ປະຕິບັດສຳເລັດແລ້ວ, ໃນນັ້ນ ມີທັງເລື່ອງຫັນເປັນການປອດການທະຫານ.