ທ່ານປະທານາທິບໍດີ ລັດເຊຍ V.Putin ຈັດຕັ້ງກອງປະຊຸມຖະແຫຼງຂ່າວຄັ້ງໃຫຍ່

(VOVWORLD) - ເວລາ 12 ໂມງສວາຍວັນທີ 19 ທັນວາ, ຕາມເວລາ ມົດສະກູ, ໄດ້ດຳເນີນກອງປະຊຸມຖະແຫຼງຂ່າວຄັ້ງໃຫຍ່ປະຈຳປີຄັ້ງທີ 15 ຂອງທ່ານປະທານາທິບໍດີ ລັດເຊຍ V.Putin. ມີ ນັກຂ່າວ ລັດເຊຍ ແລະ ສາກົນເກືອບ 2000 ຄົນໄດ້ຈົດທະບຽນເຂົ້າຮ່ວມ ນີ້ແມ່ນຈຳນວນນັກຂ່າວເຂົ້າຮ່ວມຫລາຍສຸດນັບແຕ່ກ່ອນມາ.
ທ່ານປະທານາທິບໍດີ ລັດເຊຍ V.Putin ຈັດຕັ້ງກອງປະຊຸມຖະແຫຼງຂ່າວຄັ້ງໃຫຍ່ - ảnh 1 ທ່ານປະທານາທິບໍດີ ລັດເຊຍ V.Putin (ພາບ: RFI)

        ກອງປະຊຸມຖະແຫຼງຂ່າວຄັ້ງໃຫຍ່ຂອງທ່ານປະທານາທິບໍດີ ລັດເຊຍ V.Putin ແມ່ນເຫດການປະຈຳປີ, ເລີ່ມດຳເນີນມາແຕ່ປີ 2001 ແລະ ປີນີ້ແມ່ນຄັ້ງທີ 15. ນະທີ່ນີ້, ທ່ານປະທານາທິບໍດີ ລັດເຊຍ V.Putin ຈະສະຫລຸບໝາກຜົນຂອງປີ 2019  ແລະ ຕອບບັນດາຄຳຖາມຂອງນັກຂ່າວ ລັດເຊຍ ແລະ ສາກົນກ່ຽວກັບບັນດານະໂຍບາຍພາຍໃນປະເທດ ແລະ ນະໂຍບາຍການຕ່າງປະເທດຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ