ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ລົງ​ນາມ​ລັດ​ຖະ​ດຳ​ລັດ​ຮຽກ​ຮ້ອງ​ການ​ຊຳ​ລະຄ່າ​ອາຍ​ແກັດເປັນ​ສະ​ກຸນ​ເງິນ ruble

(VOVWORLD) -ວັນທີ 31 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ປະກາດວ່າໄດ້ລົງນາມລັດຖະດຳລັດຮຽກຮ້ອງໃຫ້ຝ່າຍຊື້ຕ່າງປະເທດ ຕ້ອງຊຳລະຄ່າອາຍແກັດເປັນສະກຸນເງິນ ruble  ນັບແຕ່ວັນທີ 1 ເມສາເປັນຕົ້ນໄປ ແລະ ບັນດາສັນຍາຈະຖືກຢຸດຕິຊົ່ວຄາວ ຖ້າຫາກວ່າບໍ່ປະຕິບັດການຊຳລະດັ່ງກ່າວ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ລົງ​ນາມ​ລັດ​ຖະ​ດຳ​ລັດ​ຮຽກ​ຮ້ອງ​ການ​ຊຳ​ລະຄ່າ​ອາຍ​ແກັດເປັນ​ສະ​ກຸນ​ເງິນ ruble - ảnh 1ສະກຸນເງິນ ruble (ພາບປະກອບ: THX/TTXVN)

ໃນການປະກາດຂອງຕົນ, ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ: “ເພື່ອຊື້ອາຍແກັດທຳມະຊາດຂອງ ລັດເຊຍ, ຝ່າຍຊື້ຕ້ອງເປີດບັນຊີດ້ວຍສະກຸນເງິນ ruble ໃນບັນດາທະນາຄານຂອງ ລັດເຊຍ. ຈາກບັນຊີດັ່ງກ່າວ, ບ້ວງຊຳລະຈະໄດ້ຮັບການປະຕິບັດເພື່ອຊື້ອາຍແກັດ ເລີ່ມແຕ່ວັນທີ 1 ເມສາເປັນຕົ້ນໄປ. ຖ້າຫາກວ່າ ບ້ວງເງິນຊຳລະດັ່ງກ່າວບໍ່ໄດ້ຮັບການປະຕິບັດ, ລັດເຊຍຈະຖືວ່າແມ່ນຄວາມຜິດຈາກຝ່າຍຊື້”.

ຕອບກັບ

ຂ່າວ/ບົດ​ອື່ນ