ທ່ານປະທານາທິບໍດີ ລັດເຊຍ ສົນທະນາໂດຍກົງກັບປະຊາຊົນໃນວັນທີ 07/06

(VOVWORLD) - ເວລາ 12 ໂມງວັນທີ 07 ມິຖຸນາ ຕາມເວລາ ລັດເຊຍ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຕອບບັນດາຄຳຖາມຂອງປະຊາຊົນ ໂດຍຜ່ານລາຍການ “ໂທລະສັບສາຍດ່ວນໂດຍກົງ”.
ທ່ານປະທານາທິບໍດີ ລັດເຊຍ ສົນທະນາໂດຍກົງກັບປະຊາຊົນໃນວັນທີ 07/06 - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Sputnik)

ໄລ່ຮອດ 12 ໂມງຕອນທ່ຽງວັນທີ 06 ມິຖຸນາ, ໄດ້ມີຄຳຖາມສົ່ງມາລາຍການເກືອບ 1,5 ລ້ານຄຳ.

        ສຳລັບທ່ານ Putin ແລ້ວ, ການສົນທະນານີ້ ຈະແມ່ນລາຍການ “ໂທລະສັບສາຍໂດຍກົງ” ຄັ້ງທຳອິດໃນອາຍຸການເປັນປະທານາທິບໍດີຄັ້ງນີ້ ແລະ ແມ່ນຄັ້ງທີ 16 ນັບແຕ່ປີ 2001 ເປັນຕົ້ນມາ.

        ບັນດາບັນຫາເຄັ່ງຮ້ອນທີ່ສຸດ ຊຶ່ງຊາວ ລັດເຊຍ ສົນໃຈ, ນັ້ນແມ່ນບັນດາບັນຫາກ່ຽວກັບການສົ່ງເສີມສຸຂະພາບ, ການໜູນຊ່ວຍສັງຄົມໃຫ້ທະຫານເສຍອົງຄະ, ຄົນທຸກຍາກ, ຄົນພັກກິນເບ້ຍບຳນານ, ບັນດາຄອບຄົວໜຸ່ມ ແລະ ເດັກນ້ອຍ.

        ຕາມການສະຫລຸບຂອງສື່ມວນຊົນ ລັດເຊຍ ແລ້ວ, ໃນຊຸມປີຜ່ານມາ, ບັນດາບັນຫາຂອງປະຊາຊົນທີ່ຕັ້ງຄຳຖາມໂດຍກົງກັບທ່ານປະທານາທິບໍດີ ລັດເຊຍ ລ້ວນແຕ່ໄດ້ຮັບການແກ້ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ