ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເຈ​ລ​ະ​ຈາ​ທາງ​ໂທ​ລະ​ສັບກັບການ​ນຳ​ບັນ​ດາ​ປະ​ເທດ​ເອີ​ລົບ​ ກ່ຽວ​ກັບ​ສະ​ພາບ​ການ​ຢູ​ແກຼນ ແລະ ການ​ຊຳ​ລະຄ່າ​ອາຍ​ແກັດ​ດ້ວຍ​ສະ​ກຸນ​ເງິນ​ Ruble

(VOVWORLD) -ວັນທີ 30 ມີນາ, ຕາມວັງ Kremlin ແລ້ວ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi ກ່ຽວກັບສະພາບການຢູ່ຢູແກຼນ ແລະ ການຊຳລະຄ່າອາຍແກັດທີ່ສະໜອງໃຫ້ເອີລົບດ້ວຍສະກຸນເງິນ  Ruble.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເຈ​ລ​ະ​ຈາ​ທາງ​ໂທ​ລະ​ສັບກັບການ​ນຳ​ບັນ​ດາ​ປະ​ເທດ​ເອີ​ລົບ​ ກ່ຽວ​ກັບ​ສະ​ພາບ​ການ​ຢູ​ແກຼນ ແລະ ການ​ຊຳ​ລະຄ່າ​ອາຍ​ແກັດ​ດ້ວຍ​ສະ​ກຸນ​ເງິນ​ Ruble - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TASS)

ໃນການເຈລະຈາທາງໂທລະສັບ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ແຈ້ງໃຫ້ທ່ານ ນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຮັບຊາບກ່ຽວກັບເນື້ອໃນຂອງຂໍ້ຕົກລົງປ່ຽນໄປຊຳລະຄ່າອາຍແກັດທີ່ໄດ້ສະໜອງ, ພິເສດແມ່ນໃຫ້ແກ່ເຢຍລະມັນດ້ວຍສະກຸນເງິນ Ruble. ການນຳລັດເຊຍ ໄດ້ໃສ່ໃຈວ່າ, ຂໍ້ຕົກລົງນີ້ໄດ້ຍົກອອກມາ ບໍ່ແມ່ນເຮັດໃຫ້ເງື່ອນໄຂໃນສັນຍາສຳລັບບັນດາບໍລິສັດເອີລົບ ທີ່ນຳເຂົ້າອາຍແກັດຂອງລັດເຊຍຊົ່ວຮ້າຍລົງ. ເພື່ອຊຳລະ, ນັກຊ່ຽວຊານສອງປະເທດຈະປຶກສາຫາລືຕື່ມອີກກ່ຽວກັບບັນຫານີ້.

ທີ່ການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi, ການນຳລັດເຊຍ ໄດ້ແຈ້ງໃຫ້ຊາບກ່ຽວກັບວິວັດການເຈລະຈາ ລະຫວ່າງ ຜູ້ຕາງໜ້າລັດເຊຍ ແລະ ຢູແກຼນ, ຮອບຕໍ່ໄປຈະຈັດຂຶ້ນໃນວັນໃດໜຶ່ງຢູ່ Istanbul, ທ່ານ ກໍ່ໄດ້ອະທິບາຍກ່ຽວກັບການຕົກລົງຊຳລະຄ່າອາຍແກັດທຳມະຊາດດ້ວຍສະກຸນເງິນ Ruble ໃຫ້ແກ່ບາງປະເທດ, ໃນນັ້ນມີ ອີຕາລີ.

ກ່ອນໜ້ານັ້ນໜຶ່ງວັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍ່ມີການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ E.Macron ກ່ຽວກັບ ເນື້ອໃນນີ້ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ