ທ່ານປະ​ທາ​ນາ​ທິ​ບໍ​ດີ ສ. ເຊຍຣາເລອອນ Julius Maada Bio ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ ສ. ເຊຍຣາເລອອນ Julius Maada Bio ແລະ ພັນລະຍາ ແມ່ນບາດກ້າວພັດທະນາຢ່າງຕັ້ງໜ້າ ແລະ ດີງາມລະຫວ່າງສອງປະເທດໃນສະພາບການບັນດາປະເທດ ອາຟຼິກກາ, ໃນນັ້ນມີ ເຊຍຣາເລອອນ ຖືການສ້າງຕັ້ງ
ທ່ານປະ​ທາ​ນາ​ທິ​ບໍ​ດີ ສ. ເຊຍຣາເລອອນ Julius Maada Bio ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສ. ເຊຍຣາເລອອນ Julius Maada Bio (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ວັນທີ 14 ມີນາ, ທ່ານປະທານາທິບໍດີ ສ. ເຊຍຣາເລອອນ Julius Maada Bio ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ຫວຽດນາມ ແລະ ເຊຍຣາເລອອນ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 24 ມິຖຸນາ ປີ 1982. ການພົວພັນດ້ານການເມືອງລະຫວ່າງສອງປະເທດມີການພັດທະນາອັນດີງາມ. ຫວຽດນາມ ຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນຮ່ວມມືກັບບັນດາປະເທດ ອາຟຼິກກາ, ໃນນັ້ນມີ ເຊຍຣາເລອອນ. ໄປຄຽງຄູ່ກັນນັ້ນ, ສອງປະເທດກໍ່ຕັ້ງໜ້າແລກປ່ຽນ, ຮ່ວມມືດ້ານເສດຖະກິດ ແລະ ຂົງເຂດຕ່າງໆ. ກ່ຽວກັບການຄ້າ, ວົງເງິນການຄ້າສອງຝ່າຍໃນປີ 2020 ບັນລຸໄດ້ກ່ວາ 49 ລ້ານ USD ເພີ່ມຂຶ້ນ 200% ເມື່ອທຽບໃສ່ກັບລະດັບ 17 ລ້ານ USD ໃນປີ 2018.

ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ ສ. ເຊຍຣາເລອອນ Julius Maada Bio ແລະ ພັນລະຍາ ແມ່ນບາດກ້າວພັດທະນາຢ່າງຕັ້ງໜ້າ ແລະ ດີງາມລະຫວ່າງສອງປະເທດໃນສະພາບການບັນດາປະເທດ ອາຟຼິກກາ, ໃນນັ້ນມີ ເຊຍຣາເລອອນ ຖືການສ້າງຕັ້ງ, ພັດທະນາການພົວພັນຮ່ວມມືກັບບັນດາປະເທດ ຢູ່ເຂດອາຊີ - ປາຊີຟິກ ເປັນສຳຄັນ, ໃນນັ້ນມີ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ