ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຄຳໝັ້ນສັນຍາຈະປະຕິບັດທຸກມາດຕະການທີ່ຈຳເປັນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ລະບົບທະນາຄານ
(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ໃຫ້ຄຳໝັ້ນສັນຍາຈະຊອກຮູ້ສາຍເຫດທີ່ພາໄປເຖິງການລົ້ມລະລາຍຂອງບັນດາທະນາຄານພ້ອມທັງບັງຄັບໃຫ້ຜູ້ມີຄວາມຮັບຜິດຊອບຕ້ອງຮັບຜົນຕາມມາ.
ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Xinhua) |
ວັນທີ 13 ມີນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ມີບົດກ່າວປາໄສຕໍ່ບັນດາການກະທຳຂອງລັດຖະບານສະຫະລັດ ເພື່ອແນໃສ່ຮັບປະກັນຄວາມປອດໄພຂອງລະບົບທະນາຄານພາຍຫຼັງການລົ້ມລະລາຍຂອງທະນາຄານ SVB ແລະ ທະນາຄານ Signature Bank. ທ່ານປະທານາທິບໍດີ Joe Biden ຢັ້ງຢືນວ່າ ອຳນາດການປົກຄອງຂອງທ່ານໄດ້ມີການກະທຳໂດຍໄວໃນຊຸມວັນຜ່ານມາ ແລະ ປະຊາຊົນກໍ່ຄືວິສາຫະກິດ ອາເມລິກາໃນປັດຈຸບັນມີຄວາມອຸ່ນອ່ຽນໃຈ ກ່ຽວກັບຄວາມປອດໄພຂອງລະບົບທະນາຄານ ແລະ ອາດຈະເຂົ້າເຖິງກັບບ້ວງເງິນຝາກປະຢັດຂອງ ຕົນເມື່ອມີຄວາມຈຳເປັນ.
ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ໃຫ້ຄຳໝັ້ນສັນຍາຈະຊອກຮູ້ສາຍເຫດທີ່ພາໄປເຖິງການລົ້ມລະລາຍຂອງບັນດາທະນາຄານພ້ອມທັງບັງຄັບໃຫ້ຜູ້ມີຄວາມຮັບຜິດຊອບຕ້ອງຮັບຜົນຕາມມາ. ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ທ່ານຈະຮຽກຮ້ອງສະພາແຫ່ງຊາດ ແລະ ບັນດາອົງການຄຸ້ມຄອງທະນາຄານເພີ່ມທະວີບັນດາຂໍ້ກຳນົດເພື່ອແນໃສ່ຫຼີກລ້ຽງຄວາມສ່ຽງບັນດາທະນາຄານລົ້ມລະລາຍກໍ່ຄືແນໃສ່ປົກປ້ອງວຽກເຮັດງານທຳຂອງປະຊາຊົນອາເມລິກາ ແລະ ບັນດາວິສາຫະກິດຂະໜາດນ້ອຍ.