ທ່ານປະທານາທິບໍດີ ອາເມລິກາ ຮຽກຮ້ອງໃຫ້ການນໍາ ສປປ.ເກົາຫຼີ ຍາດແຍ່ງກາລະໂອກາດ

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ການນໍາ ສປປ.ເກົາຫຼີ Kim Jong-un ຈົ່ງຍາດແຍ່ງກາລະໂອກາດ ຫັນປ່ຽນ ສປປ.ເກົາຫຼີ ໂດຍຜ່ານການປອດນິວເຄຼຍ, ພ້ອມທັງກ່າວເຕືອນວ່າ ອາວຸດ ນິວເຄຼຍ ພຽງແຕ່ນໍາມາເຊິ່ງ “ສິ່ງທີ່ຊົ່ວຮ້າຍ” ເທົ່ານັ້ນ.

ວັນທີ 27 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ການນໍາ ສປປ.ເກົາຫຼີ Kim Jong-un ຈົ່ງຍາດແຍ່ງກາລະໂອກາດ ຫັນປ່ຽນ ສປປ.ເກົາຫຼີ ໂດຍຜ່ານການປອດນິວເຄຼຍ, ພ້ອມທັງກ່າວເຕືອນວ່າ ອາວຸດ ນິວເຄຼຍ ພຽງແຕ່ນໍາມາເຊິ່ງ “ສິ່ງທີ່ຊົ່ວຮ້າຍ” ເທົ່ານັ້ນ.

ທ່ານປະທານາທິບໍດີ ອາເມລິກາ ຮຽກຮ້ອງໃຫ້ການນໍາ ສປປ.ເກົາຫຼີ ຍາດແຍ່ງກາລະໂອກາດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ:TTXVN) 

        ກ່າວຄໍາເຫັນໃນການຖະແຫຼງຂ່າວຮ່ວມ ກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພາຍຫຼັງການພົບປະສຸດຍອດ ຢູ່ ຍີ່່ປຸ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຍັງຫວັງວ່າ ການນໍາ ສປປ.ເກົາຫຼີ ຈະຍາດແຍ່ງກາລະໂອກາດ ເພື່ອຫັນປ່ຽນປະເທດຂອງທ່ານ ໂດຍຜ່ານການປອດນິວເຄຼຍ. ນີ້ແມ່ນປະເທດທີ່ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງກ່ຽວກັບດ້ານເສດຖະກິດ ແລະ ໃນຫຼາຍຂົງເຂດອື່ນໆ. ໃນຄໍາຮຽກຮ້ອງດັ່ງກ່າວ ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການເຕີບໂຕດ້ານເສດຖະກິດ ກໍຄື ບັນດາທ່າໄດ້ປຽບ ກ່ຽວກັບປະຊາກອນ ຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ