ທ່ານປະທານາທິບໍດີ ແຫ່ງສາທາລະນະລັດໂປໂລຍ ແລະ ພັນລະຍາ ພົບປະກັບອະດີດນັກສຶກສາ ຫວຽດນາມ ຢູ່ໂປໂລຍ

(VOVWORLD) - ກ່າວຄຳເຫັນທີ່ການພົບປະ, ທ່ານປະທານາທິບໍດີ Andrzej Duda ຢັ້ງຢືນວ່າ: ບັນດາອະດີດນັກສຶກສາ ຫວຽດນາມ ແມ່ນບັນດາບຸກຄົນທີ່ມີບົດບາດສຳຄັນໃນການພົວພັນມິດຕະພາຍທີ່ເປັນມູນເຊື້ອ ຫວຽດນາມ - ໂປໂລຍ. 
ທ່ານປະທານາທິບໍດີ ແຫ່ງສາທາລະນະລັດໂປໂລຍ ແລະ ພັນລະຍາ ພົບປະກັບອະດີດນັກສຶກສາ ຫວຽດນາມ ຢູ່ໂປໂລຍ - ảnh 1 ພິທີຕ້ອນຮັບທ່ານ ປະທານາທິບໍດີ ໂປໂລຍ Andrzej Duda

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 27- 30 ພະຈິກ ຂອງ ທ່ານປະທານາທິບໍດີ ໂປໂລຍ Andrzej Duda ແລະ ພັນລະຍາ, ຕາມຄຳເຊື້ອເຊີນຂອງ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວ່າງ, ຕອນຄ່ຳວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານາທິບໍດີ Andrzej Duda ແລະ ພັນລະຍາ ໄດ້ພົບປະກັບບັນດານັກສຶກສາ, ນັກຄົ້ນຄວ້າ ຫວຽດນາມ ທີ່ເຄີຍຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ ໂປໂລຍ.

        ກ່າວຄຳເຫັນທີ່ການພົບປະ, ທ່ານປະທານາທິບໍດີ Andrzej Duda ຢັ້ງຢືນວ່າ: ບັນດາອະດີດນັກສຶກສາ ຫວຽດນາມ ແມ່ນບັນດາບຸກຄົນທີ່ມີບົດບາດສຳຄັນໃນການພົວພັນມິດຕະພາຍທີ່ເປັນມູນເຊື້ອ ຫວຽດນາມ - ໂປໂລຍ. ທ່ານປະທານາທິບໍດີ Andrzej Duda ເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ດ້ວຍຈຸດປະສົງເພີ່ມທະວີ, ປັບປຸງການພົວພັນມິດຕະພາບ, ການຮ່ວມມືທີ່ມີມາແລ້ວລະຫວ່າງສອງປະເທດ ຍິ່ງກວ່າອີກ. ທ່ານປະທານາທິບໍດີ Andrzej Duda ຫວັງວ່ານັກສຶກສາ ຫວຽດນາມ ສາມາດຮຽນພາສາ ໂປໂລຍ ໄດ້ຢູ່ຫຼາຍແຫ່ງກວ່າອີກ; ຄວາມຮູ້ກ່ຽວກັບປະເທດຊາດ ແລະ ວັດທະນະທຳ ໂປໂລຍ ຈະໄດ້ຮັບການເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງກວ່າອີກ; ນັບມື້ນັບມີຫຼາຍບົດປະພັນວັນນະຄະດີຂອງ ໂປໂລຍ ຖືກແປເປັນພາສາ ຫວຽດນາມ ເພື່ອຮັບໃຊ້ຜູ້ອ່ານຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ