ທ່ານປະທານາທິບໍດີແຫ່ງສາທາລະນະລັດ ຮຸງກາລີ Ader Janos ຢ້ຽມຢາມ ທາງລັດຖະກິດເຖິງຫວຽດນາມ
ທ່ານປະທານາທິບໍດີແຫ່ງສາທາລະນະລັດ ຮຸງກາລີ Ader Janos
(ພາບ: EPA)
(vovworld) - ວັນທີ 27/11, ທ່ານປະທານາທິບໍດີແຫ່ງສາທາລະນະລັດ ຮຸງກາລີ Ader Janos ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈຶອງເຕິ້ນຊາງ. ໃນຂອບເຂດການຢ້ຽມຢາມ, ການນຳທັງ 2 ທ່ານຈະແລກປ່ຽນບັນດາມາດຕະການ ເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ, ພິເສດແມ່ນໃນບັນດາຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ບຳລຸງສ້າງ, ວິທະຍາສາດ-ເຕັກໂນໂລຍີ, ພະລັງງານ…; ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ຕາມແຜນການເຮັດວຽກແລ້ວ, ທ່ານປະທາ ນາທິບໍດີແຫ່ງສາທາລະນະລັດ ຮຸງກາລີ Ader Janos ຈະພົບປະເຈລະຈາ ກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸງ ແລະ ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ; ເຂົ້າຮ່ວມ ແລະ ເປີດເວທີປາໄສວິສາຫະກິດ ຫວຽດນາມ- ຮຸງກາລີ; ພົບປະກັບສະມາຄົມມິດຕະພາບ ຫວຽດນາມ-ຮຸງກາລີ ແລະ ຢ້ຽມຢາມນະຄອນໂຮ່ຈິມິນ.