ທ່ານພົນເອກເຈີ່ນດ້າຍກວາງຕ້ອນຮັບຫົວໜ້າກຸ່ມວິທະຍາສາດ-ເຕັກນິກອົງການປ້ອງກັນຄວາມສະຫງົບລັດເຊຍ
ທ່ານພົນເອກ ເຈີ່ນດ້າຍກວາງ ຕ້ອນຮັບ
ທ່ານພົນໂທ Fetisov Andrey Alexandrovich
(ພາບ: cand.com.vn)
(vovworld) – ຕອນບ່າຍວັນທີ 14/03, ຢູ່ຮ່າໂນຍ, ທ່ານພົນເອກ ເຈີ່ນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫລວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ Fetisov Andrey Alexandrovich ຫົວໜ້າກຸ່ມວິທະຍາສາດ - ເຕັກນິກອົງການປ້ອງກັນຄວາມສະຫງົບສະພະພັນ ລັດເຊຍ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ການພົວພັນຮ່ວມມືລະຫວ່າງກະຊວງຕຳຫລວດ ຫວຽດນາມ ແລະ ອົງການປ້ອງກັນຄວາມສະຫງົບສະຫະພັນ ລັດເຊຍ ໄດ້ຍູ້ແຮງ, ນັບມື້ນັບມີປະສິດທິຜົນ. ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງ ການພົວພັນຮ່ວມມືລະຫວ່າງ 2 ອົງການຈະສືບຕໍ່ບັນລຸໄດ້ໝາກຜົນແທດຈິງຫລາຍຢ່າງ ໃນບັນດາຂົງເຂດຮ່ວມມື, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນຄວາມສະຫງົບປອດໄພແຫ່ງຊາດຢູ່ແຕ່ລະປະເທດ. ສ່ວນທ່ານພົນໂທ Fetisov Andrey Alexandrovich ປາດຖະໜາວ່າ ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ຈະສືບຕໍ່ສະໜັບສະໜູນເລື່ອງຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ອົງການນີ້ໃຫ້ນັບມື້ນັບພັດທະນາອັນດີງາມ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສະຖຽນລະພາບຂອງພາກພື້ນ ແລະ ໃນທົ່ວໂລກ.