ທ່ານຟ້າມບີງມິງ ຕ້ອນຮັບລັດຖະມົນຕີຮັບຜິດຊອບກະຊວງ ເອີຣົບ ແລະ ການຕ່າງປະເທດ ຝະຣັ່ງ

(VOVWORLD) - ຕອນບ່າຍວັນທີ 24 ມັງກອນ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກະຊວງເອີຣົບ ແລະ ການຕ່າງປະເທດ ຝະຣັ່ງ Jean-Baptiste Lemoyne ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ. 
ທ່ານຟ້າມບີງມິງ ຕ້ອນຮັບລັດຖະມົນຕີຮັບຜິດຊອບກະຊວງ ເອີຣົບ ແລະ ການຕ່າງປະເທດ ຝະຣັ່ງ - ảnh 1 ທີ່ການຕ້ອນຮັບ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານ Jean-Baptiste Lemoyne ຢັ້ງຢືນວ່າ ລັດຖະບານ ຝະຣັ່ງ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດໃນໄລຍະຈະມາເຖິງ.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ສະເໜີລັດຖະບານ ຝະຣັ່ງ ໄດ້ສົ່ງເສີມບັນດາວິສາຫະກິດ ຝະຣັ່ງ ຍູ້ແຮງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຝະຣັ່ງ ສຳພັດກັບຕະຫລາດ ແລະ ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ໃນບັນດາຂົງເຂດທີ່ ຝະຣັ່ງ ມີທ່າແຮງຢ່າງມີປະສິດທິຜົນ.

        ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍເຫັນດີເປັນເອກະພາບຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງ ຄວນມີເຈດຕະນາດີໃນການປະຕິບັດບັນດາພັນທະສາກົນ, ຫຼີກລ້ຽງບັນດາການເຄື່ອນໄຫວທີ່ອາດຈະເຮັດໃຫ້ສະພາບການສັບສົນ ແລະ ເພີ່ມຄວາມເຄັ່ງຕຶງໃນພາກພື້ນຕື່ມອີກ; ຢັ້ງຢືນວ່າ ບັນດາການຂັດແຍ້ງກັນຕ້ອງໄດ້ຮັບການແກ້ໄຂດ້ວຍບັນດາມາດຕະການສັນຕິພາບ, ເໝາະສົມກັບກົດໝາຍສາກົນ, ລວມມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ