(vovworld) - ທີ່ການຕ້ອນຮັບທ່ານນາງ ຮອງປະທານທະນາຄາມໂລກຕອນບ່າຍວັນທີ 28/7, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະເໜີ ໃນຖານະຕຳແໜ່ງແມ່ນຮອງປະທານທະນາຄານໂລກ, ທ່ານນາງ Victoria Kwa Kwa ຈະສະໜັບສະໜູນ ແລະ ພິຈາລະນາຢ່າງຕັ້ງໜ້າ, ສືບຕໍ່ເກ້ຍກ່ອມ ແລະສົມທົບກັບບັນດາຜູ້ຖືຫຸ້ນຂອງທະນາຄານໂລກເພື່ອໃຫ້ຫວຽດນາມມີສຳເລັດຂັ້ນຕອນ IDA (ເຊິ່ງແມ່ນແຫຼ່ງທຶນກູ້ຢືມພິເສດຂອງສະຫະສະມາຄົມພັດທະນາສາກົນຂຶ້ນກັບທະນາຄານໂລກ) ຢ່າງເໝາະສົມ ແລະ ປະສົບຜົນສຳເລັດ, ຕາມນັ້ນແລ້ວສືບຕໍ່ ໄດ້ສຳຜັດກັບແຫຼ່ງທຶນ IDA ບຸລິມະສິດຫຼັງໄລຍະ IDA 17. ທະນາຄານໂລກສືບຕໍ່ເສີມຂະຫຍາຍບົດບາດໃນການປະສານງານ, ຮຽກຮ້ອງບັນດາແຫຼ່ງທຶນໜູນຊ່ວຍຕື່ມອີກ ເພື່ອແນໃສ່ຊ່ວຍຫວຽດນາມແກ້ໄຂບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍໃນເສັ້ນທາງແຫ່ງການພັດທະນາ.
ສ່ວນ ທ່ານນາງ Victoria Kwa Kwa ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ພັດທະນາການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ທະນາຄານໂລກ.