ທ່ານ ຟ້າມບີງມີງ ຕ້ອນຮັບ ທ່ານ Prak Nguon Hong
(ພາບ: VGP)
(vovworld) - ຕອນບ່າຍວັນທີ 13/12, ຢູ່ ຮ່າໂນ້ຍ, ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Prak Nguon Hong ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດໄດ້ຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ສະເໜີ ກະຊວງການຕ່າງປະເທດ ກຳປູເຈຍ, ພິເສດແມ່ນ ສະຖານທູດ ກຳປູເຈຍ ສືບຕໍ່ຮ່ວມມືກັບກະຊວງການຕ່າງປະເທດຢ່າງແໜ້ນແຟ້ນ ແລະ ບັນດາອົງການທີ່ກ່ຽວຂ້ອງ ຂອງ ຫວຽດນາມ ໃນການກະກຽມໃຫ້ບັນດາການຢ້ຽມຢາມ ຂອງ ການນຳຂັ້ນສູງສອງປະເທດ ແລະ ບັນດາກົນໄກຮ່ວມມືສອງຝ່າຍສຳຄັນ ຄື ຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ແລະ ກອງປະຊຸມຮ່ວມມື ແລະ ພັດທະນາ ບັນດາ ແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ. ພິເສດແມ່ນ ເລື່ອງຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 50 ປີ (24/6/1967 – 24/6/2017).