ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ຕໍາໜິຕິຕຽນ ບັນດາການກະທໍາຂອງ ຈີນ ຢູ່ ທະເລຕາເວັນອອກ

(VOVWORLD) -ຟີລິບປິນ ໄດ້ຕໍາໜິຕິຕຽນ ຈີນ ຍ້ອນມີບັນດາການກະທໍາ ເຊິ່ງທ່ານຖືວ່າ ແມ່ນການ “ນາບຂູ່” ຢູ່ ທະເລຕາເວັນອອກ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ຕໍາໜິຕິຕຽນ ບັນດາການກະທໍາຂອງ ຈີນ ຢູ່ ທະເລຕາເວັນອອກ - ảnh 1ທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ (ພາບ: Twitter )

ວັນທີ 30 ກໍລະກົດ, ທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ໄດ້ຕໍາໜິຕິຕຽນ ຈີນ ຍ້ອນມີບັນດາການກະທໍາ ເຊິ່ງທ່ານຖືວ່າ ແມ່ນການ “ນາບຂູ່” ຢູ່ ທະເລຕາເວັນອອກ ແລະ ຖືວ່າ ບັນດາຖະແຫຼງການຮັບປະກັນສັນຕິພາບຂອງ ປັກກິ່ງ  ແມ່ນໄປຝືນກັບການກະທໍາຂອງປະເທດນີ້ ຢູ່ເຂດທະເລທີ່ພວມເກີດການຂັດແຍ້ງນີ້.ເມື່ອສະແດງຄວາມຄິດເຫັນຂອງຕົນກ່ຽວກັບຖະແຫຼງການກ່ອນໜ້ານັ້ນຂອງທ່ານເອກອັກຄະລັດຖະທູດ ຈີນ ປະຈໍາ ຟີລິບປິນ ຈ່າວຈຽນຮວ໊າ ທີ່ວ່າ ປັກກິ່ງ ຈະບໍ່ຊອກຫາວິທີຄອບງໍາທະເລຕາເວັນອອກ ແລະ “ບໍ່ຍິງປືນກ່ອນ” ນັ້ນ, ທ່ານ Lorenzana ຖືວ່າ ບັນດາການກະທໍາເກາະຜິດຂອງ ຈີນ ຢູ່ ທະເລຕາເວັນອອກນັບມື້ນັບເພີ່ມຂຶ້ນ. ທ່ານ Lorenzana ເນັ້ນໜັກວ່າ ຈີນ ຍາມໃດກໍຖະແຫຼງວ່າ ຈະບໍ່ນາບຂູ່ບັນດາປະເທດຢູ່ອ້ອມຂ້າງ” ແລະ ຈະປະຕິບັດຕາມກົດໝາຍສາກົນ, ແຕ່ເຂົາເຈົ້າພັດບໍ່ໄດ້ເຮັດຕາມສິ່ງທີ່ເຂົາເຈົ້າໄດ້ໝັ້ນໝາຍ.


ຕອບກັບ

ຂ່າວ/ບົດ​ອື່ນ