(ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລີກ
ຕ້ອນຮັບເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ກຳປູເຈຍ)
(vovworld) – ຕອນບ່າຍວັນທີ 10/11 ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Prak Nguon Hong ເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລີກ ຢືນຢັນວ່າ: ຫວຽດນາມ ແລະ ກຳປູເຈຍ ເປັນປະເທດບ້ານໃກ້ເຮືອນຄຽງ, ມີການພົວພັນທີ່ເປັນມູນເຊື້ອມາແຕ່ກົນນານ. ພັກ, ລັດ, ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ກຳປູເຈຍ; ໃນນັ້ນ ການພົວພັນຮ່ວມມືດ້ານປ້ອງກັນຊາດໄດ້ຮັບຖືວ່າເປັນຈຸດພົ້ນເດັ່ນ. ທ່ານພົນເອກ ໂງຊວນລີກ ສະແດງວ່າ ໃນອາຍຸປະຕິບັດໜ້າທີ່ການທູດຂອງຕົນ, ທ່ານ ເອກອັກຄະລັດຖະທູດ Prak Nguon Hong ຈະມີການປະກອບສ່ວນຕັ້ງໜ້າ, ນຳການພົວພັນມິດຕະພາບລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ ໃຫ້ນັບມື້ນັບພັດທະນາ.
ສ່ວນທ່ານ Prak Nguon Hong ປາດຖະໜາວ່າ: ກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບລາດຊະວົງ ກຳປູເຈຍ ສືບຕໍ່ສູ້ແຮງການຮ່ວມມື ເພື່ອຈຸດໝາຍພັດທະນາການພົວພັນ, ນ້ຳໃຈສາມັກຄີມິດຕະພາບລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ.