ທ່ານລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມອາບການິດສະຖານໂດຍບັງເອີນ

(VOVWORLD) -ວັນທີ 23 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson ໄດ້ໄປຢ້ຽມຢາມອາບການິດສະຖານ ໂດຍບັງເອີນ ເພື່ອປຶກສາຫາລືກັບທ່ານປະທານາທິບໍດີອາບການິດສະຖານ Mohammad Ashraf Ghani ກ່ຽວກັບຍຸດທະສາດໃໝ່ຂອງວໍຊິງຕັນ.

ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ຢືນຢັນຄຳໝັ້ນສັນຍາຂອງວໍຊິງຕັນ ຄືນໃໝ່ກ່ຽວກັບການຮ່ວມມືກັບ Kabul ກໍ່ຄືບັນດາຄູ່ຮ່ວມມືໃນຂົງເຂດອື່ນໆເພື່ອນຳມາເຊິ່ງສັນຕິພາບໃຫ້ແກ່ອາບການິດສະຖານ ແລະ ລົບລ້າງເຮືອນຮັງຂອງພວກກໍ່ການຮ້າຍທີ່ອາດສາມາດນາບຂູ່ເຖິງເປົ້າໝາຍດັ່ງກ່າວ. ກ່າວຄຳເຫັນພາຍຫຼັງການພົບປະ, ທ່ານ Tillerson ເນັ້ນໜັກວ່າ, ຕ້ອງສືບຕໍ່ບັ້ນຮົບກັບ Taliban ກໍ່ຄືກຸ່ມກໍ່ການຮ້າຍອື່ນໆ ແລະ ກອງທັບອາເມລິກາຈະຕັ້ງຖານທັບຢູ່ອາບການິດສະຖານ ຈົນຮອດເວລາໃດທີ່ສາມາດຮັບປະກັນວິວັດທະນາການໄກ່ເກ່ຍ ແລະ ສັນຕິພາບນັ້ນ ບໍ່ແມ່ນຄຳໝັ້ນສັນຍາທີ່ມີກຳນົດເວລາ. ທ່ານກໍ່ໃຫ້ຮູ້ວ່າ, ຈະຮຽກຮ້ອງໃຫ້ປາກິດສະຖານ ພ້ອມກັນຮ່ວມມືຕ້ານການກໍ່ການຮ້າຍໃນການຢ້ຽມຢາມ Islamabad ເຊິ່ງເລີ່ມຕົ້ນໃນວັນທີ 24 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ