ທ່ານຫງວນທ້ຽນ​ເຍີນ ຮັບແຂກ​ເຂົ້າຮ່ວມ​ພິທີ ສະ​ເຫຼີ​ມສະຫຼອງ ໄຊຊະນະດ້ຽນບຽນ​ຝູທາງອາກາດ

ທ່ານຫງວນທ້ຽນ​ເຍີນ ຮັບແຂກ​ເຂົ້າຮ່ວມ​ພິທີ ສະ​ເຫຼີ​ມສະຫຼອງ ໄຊຊະນະດ້ຽນບຽນ​ຝູທາງອາກາດ - ảnh 1

ທ່ານຮອງ​ນາຍົກລັດຖະມົນຕີຫງວນທ້ຽນ​ເຍີນ

(ພາບ:vnexpress.net)

(VOV)-   ​​ຕອນ​ບ່າຍວັນ​ທີ 28/12, ທ່ານຮອງ​ນາຍົກລັດຖະມົນຕີຫງວນທ້ຽນ​ເຍີນ ​ໃຫ້ການຕ້ອນຮັບທ່ານ​ພົນ​ຕີ Bondarev Viktor Nhikolaevich ຜູ້​ບັນຊາ​ການສູງ​ສຸດກອງທັບ​ປ້ອງ​ກັນ​ອາກາດ​ສະຫະພັນ​ລັດ​ເຊຍ ​ແລະ ທ່ານ​ພົນ​ຈັດ​ຕາ​ວາຫວາງອີ​ສຽງ ຮອງ​ຫົວໜ້າ​ເສນາ​ທິການ​ໃຫ່ຍ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ ກອງທັບ​ປົດ​ປ່ອຍປະຊາຊົນ ​ຈີນ ຊື່​ງມາ​ຢ້ຽມຢາມຫວຽດນາມ ​ແລະ ​ເຂ​ົ້າຮ່ວມ​ພິທີສະ​ເຫຼີ​ມສະຫຼອງ​ 40 ປີ​ແຫ່ງໄຊຊະນະຮ່າ​ໂນ້ຍ-​ດ້ຽນບຽນ​ຝູທາງ​ອາກາດ. ທ່ານຮອງ​ນາຍົກລັດຖະມົນຕີຫງວນທ້ຽນ​ເຍີນ ​ເນັ້ນໜັກ​ວ່າ: ຍາມ​ໃດ​ຫວຽດນາມ ກໍ່​ມີ​ຄວາມ​ເຄົາລົບ​ນັບຖື ​ແລະ ຮູ້​ບຸນຄຸນ​ຢ່າ​ງ​ເລິກ​ເຊິ່ງຕໍ່​ການ​ຊ່ວຍ​ເຫຼືອ​ຢ່າງ​ສຸດ​ຈິດ​ສຸດ​​ໃຈ​ທັງ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຊື່​ງປະຊາຊົນ ​ແລະ ບັນດາ​ກຳລັງ​ປະກອບ​ອາວຸດ​ໂຊ​ວຽດ​ເກົ່າ​ໃນ​ເມື່ອ​ກ່ອນ, ສະຫະພັນ​ລັດ​ເຊຍ​ໃນ​ປະຈຸ​ບັນ ​ແລະ ປະຊາຊົນ, ບັນດາ​ກຳລັງ​ປະກອບ​ອາວຸດ​ຈີນ​ ​ໄດ້ສະຫງວນ​ໃຫ້​ແກ່​ຫວຽດນາມ ​ໃນ​ຊຸມ​ເດືອນ​ປີ​ທີ່​ຫຍຸ້ງຍາກ​ຂອງ​ການ​ຕໍ່ຕ້ານ​ເພື່ອ​ເອກະລາດ, ​ເສລີພາບ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ ສ້າງສາ​ປະ​ເທດ​ຊາດ, ພີ​ເສດ, ​ໃນ 40 ປີ​ກ່ອນ, ​ໃນ 12 ວັນ ​ແລະ ຄືນ​ທ້າຍ​ເດືອນ 12/1972, ຂະນະ​ທີ່​ອາ​ເມ​ລິ​ກາ ​ໄດ້​ບຸກ​ໂຈມ​ຕີ​ພາກ​ເໜືອ​ຫວຽດນາມ. ສ່ວນທ່ານພົນ​ຕີ Bondarev Viktor Nhikolaevich  ​ແລະ ທ່ານ​ພົນ​ຈັດຕະວາ​ຫວາງອີ​ສຽງ     ລ້ວນ​ແຕ່​ໄດ້​ຢືນຢັນ​ວ່າ: ການ​ຮ່ວມ​ມື​ດ້ານປ້ອງ​ກັນຊາ​ດ​ແມ່ນ​ເສົາຄ້ຳຕົ້ນຕໍ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສະຫະພັນ​ລັດ​ເຊຍ ​ແລະ ຈີນ ກັບ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ