ທ່ານຫງວຽນຊວນ​ຟຸກ ຢ້ຽມຢາມ​ແລະອວຍພອນ VOV ໃນ​ໂອກາດ​ບຸນ​ເຕັດ

ທ່ານຫງວຽນຊວນ​ຟຸກ ຢ້ຽມຢາມ​ແລະອວຍພອນ VOV ໃນ​ໂອກາດ​ບຸນ​ເຕັດ - ảnh 1

ທ່ານຫງວຽນຊວນ​ຟຸກເຂົ້າຮ່ວມ​ການ​ປະຊຸມ

​ທ້າຍ​ປີ​ກັບວິທະຍຸ​ກະຈາຍສຽງ​ຫວຽດນາມ

(ພາບ:vov.vn)

(vovworld) -  ​ໃນ​ໂອກາດ​ຕ້ອນຮັບບຸນ​ປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ເສ​ງ 2013, ຕອນ​ເຊົ້າວັນ​ທີ 6/2,  ທ່ານຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ​ເມື່ອ​ໂອ້​ລົມ​ກັບ​ບັນດາ​ການ​ນຳ​ຫຼັກ​ແຫຼ່ງຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ເນັ້ນໜັກ​ວ່າ: ປີ 2012, ​ໂລກ​ມີ​ການ​ຜັນແ​ປ​ຫຼາຍ​ຢ່າງ​ດ້ານ​ເສດຖະກິດ, ການ​ເມືອງ ​ແລະ ມີ​ການ​ກະທົບ​ຕໍ່​ຫວຽ​ດນາມ. ​ເຖິງ​ແນວ​ນັ້ນກໍ່ຕາມ, ຍ້ອນ​ຄວາມ​ຕັດສິນ​ໃຈ​ສາມັກຄີ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ, ຫວຽດນາມ ​ໄດ້​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຊີວິດ​ສັງຄົມ​ໄດ້​ຮັບປະກັນ; ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ; ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ອະທິປະ​ໄຕ​ແຫ່ງ​ຊາດ​ໄດ້​ຮັບ​ການ​ຮັກສາ​ໃຫ້ໝັ້ນຄົງ. ປະກອບສ່ວນ​ເຂົ້​າໃນບັນດາ​ຜົນງານ​ດັ່ງກ່າວ​ມີ​ບົດບາດ​ສຳຄັນ​ຂອງ​ບັນດາ​ພາຫະນະ​ສື່​ມວນ​ຊົນ, ​ໃນ​ນັ້ນມີ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ຕາມທ່ານຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ແລ້ວ, ​ໃນ​ປີຜ່ານມາ, ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​​ມີ​ການ​ປ່ຽນ​ໃໝ່​ດ້ານ​ເນື້ອ​ໃນ ​ແລະ ວິທີ​ການ​ເຄື່ອນ​ໄຫວ. ຄຸນ​ນະພາ​ບບັນດາ​ລາຍການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຟັງ​, ຜູ້​ຊົ​ມພາຍ​ໃນ​ ​ແລະ ຕ່າງປະ​ເທດ, ພິ​ເສດ​ແມ່ນ​ຊ່ອງ​ຄົມມະນາຄົມ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ​ຕໍ່​ສັງຄົມ. ​ໃນ​ໂອກາດ​ນີ້, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ  ​ໄດ້​ຝາກ​ຄຳອວຍ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງບັນດາ​ພະນັກງານ, ນັກ​ຂ່າວ, ພາລະ​ກອນ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ບັນດາ​ຜູ້​ຟັງ, ຜູ້​ຊົມ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

 

 

ຂ່າວ/ບົດ​ອື່ນ